
ຕອນທ່ຽງຄືນວັນທີ3ພະຈິກນີ້, ຢູ່ສູນຄວບຄຸມການບິນອະວະກາດປັກກິ່ງ, ທ່ານຊາງວ້ານຊວນ, ຜູ້ບັນຊາການໃຫຍ່ໂຄງການການບິນອະວະກາດບັນທຸກຄົນຂອງຈີນປະກາດວ່າ, ຍານອະວະກາດ"ທ່ຽນກົ່ງ"ເລກ1ໄດ້ສຳເລັດການເຊື່ອມຕໍ່ກັບຍານອະວະກາດ"ເສີນໂຈ່ວ"ເລກ8ໃນອະວະກາດເປັນຄັ້ງທຳອິດຢ່າງສະດວກ.

ແຕ່ນີ້ຕໍ່ໄປ, ຈີນເປັນປະເທດທີ3ຂອງໂລກໃນການນຳໃຊ້ເຕັກນິກເຊື່ອມຕໍ່ຍານອະວະກາດໃນອະວະກາດຖັດຈາກອາເມລິກາແລະຣັດເຊຍ.

ທ່ານຫູຈິນທ່າວ, ປະທານປະເທດຈີນທີ່ພວມຢ້ຽມຢາມຢູ່ຕ່າງປະເທດໄດ້ສົ່ງໂທລະເລກ, ຊົມເຊີຍການປະຕິບັດໜ້າທີ່ໃນການເຊື່ອມຕໍ່ຍານອະວະກາດຄັ້ງທຳອິດຂອງຈີນໄດ້ຮັບຜົນສຳເລັດຢ່າງຈົບງາມ, ບັນດາຜູ້ນຳລັດຖະບານ, ເຊັ່ນ, ທ່ານອູປາງກົວ, ທ່ານເວິ່ນເຈ່ຍປາວ, ທ່ານຫຼີຊາງຊຸ່ນ, ທ່ານຊີຈິ້ນພີງ, ທ່ານຫຼີເຄີ້ຊຽງ, ທ່ານເຮີ້ກົວຊຽງ, ທ່ານໂຈ່ວຢົງຄ່າງແລະທ່ານອື່ນໆໄດ້ຊົມການຖ່າຍທອດສົດສະພາບການເຊື່ອມຕໍ່ກັນລະຫວ່າງຍານອະວະກາດ"ທ່ຽນກົ່ງ"ເລກ1ແລະ"ເສີນໂຈ່ວ"ເລກ8ຢູ່ສູນຄວບຄຸມການບິນອະວະກາດປັກກິ່ງ, ແລະກ່າວຊົມເຊີຍໜ້າທີ່ການເຊື່ອມຕໍ່ຍານອະວະກາດໃນອະວະກາດຄັ້ງທຳອິດຂອງຈີນໄດ້ຮັບຜົນສຳເລັດຢ່າງຈົບງາມ.