ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ປະທານ​ສະມັດ​ຊາ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ຢ້ຽມຢາມ​ລີ​ບີ​ຢ່າງ​ກະ​ທັນ​ຫັນ ຣັດ​ເຊຍ​ສະ​ແດງ​ຄວາມ​ສົງ​ໄສ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ນາ​ໂຕ

(GMT+08:00) 2011-11-03 10:19:29     cri
ວັນ​ທີ2ພະຈິກ​ນີ້, ທ່ານ​ບານ​ກີ​ມູນ, ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ທ່ານ​ນາ​ເຊຍ ອັບ​ດຸນ​ລາຊິ​ສ ອັນ ນາ​ເຊີ, ປະທານ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ66​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ຫຼວງ​ຕຼີ​ໂປ​ລີ​ຂອງ​ລີ​ບີ​ຢ່າງ​ກະ​ທັນ​ຫັນ, ​ແລະ​ຢ້ຽມຢາມ​ລີ​ບີ​ເປັນ​ເວລາ​ໜຶ່ງ​ວັນ.

ໃນ​ເວລາ​ຢ້ຽມຢາມ, ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ຈຸດປະສົງ​ຕົ້ນຕໍ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ກ່າວ​ຢ້ຳສະຫະ​ປະຊາ​ຊາດ​ສະ​ໜັບ​ສະ​ໜູນ​ປະຊາຊົນ​ລີ​ບີ​ໃນ​ການສະ​ແຫວງ​ຫາ​ເສລີ​ພາບ​ແລະ​ວຽກ​ງານ​ປະຊາ​ທິປະ​ໄຕ​ຢ່າງ​ແຂງ​ແຮງ, ສົ່ງ​ເສີມ​ໃຫ້​ເຈົ້າ​ໜ້າ​ທີ່​ຊົ່ວ​ຄາວ​ລີ​ບີ​ຈົ່ງ​ອອກ​ແຮງ​ສ້າງ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ, ຮັກສາ​ຄວາມ​ສາມັກຄີ​ກັນ, ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ, ​ແລະ​ຊຸກ​ຍູ້​ວຽກ​ງານ​ປອງ​ດອງ​ຊາດ​ຢ່າງ​ເລິກ​ເຊິ່ງ​ໃນ​ໄລຍະ​ສຳຄັນ​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ການ​ປົດ​ປ່ອຍ.

ພ້ອມ​ກັນ​ນັ້ນ, ທ່ານ​ບານ​ກີ​ມູນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ລີ​ບີ​ຈົ່ງ​ຕົກລົງ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ, ​ເຊັ່ນ, ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ, ຍຶດ​ເອົາ​ອາວຸດ, ສ້າງ​ລັດຖະບານ​ຊົ່ວຄາວ, ​ແລະ​ອື່ນໆ.

ນີ້​ເປັນ​ທ່ານ​ບານ​ກີ​ມູນ​ໄປ​ຢ້ຽມຢາມ​ລີ​ບີ​ເປັນ​ຄັ້ງທຳ​ອິດ​ຫຼັງ​ຈາກ​ອຳນາດ​ການ​ປົກຄອງ​ກັດດາ​ຟີ​ຖືກ​ໂຄ່ນ​ລົ້ມ​ແລ້ວ. ປະຈຸ​ບັນ, ຄະນະ​ທູ​ດພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ພວມ​ຊ່ວຍ​ເຫຼື​ອລີ​ບີ​ດຳ​ເນີນ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​, ການ​ກະກຽມ​ການ​ເລືອກ​ຕັ້ງ​ແລະ​ອື່ນ​ໆ.

ພ້ອມ​ກັນ​ນັ້ນ, ​ເຖິງ​ວ່າການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ນາ​ໂຕ​ຢູ່​ລີ​ບີ​ໄດ້​ສິ້ນ​ສຸດ​ລົງ​ແລ້​ວກໍ່ຕາມ, ​ແຕ່​ວັນ​ທີ2ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ຣັດ​ເຊຍ​ຍັງ​ມີ​ຄວາມ​ສົງ​ໄສ​ຫຼາຍ​ຢ່າງ​ຕໍ່​ນາ​ໂຕ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ລີ​ບີ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນ​ວິ​ເຄາະ​ຢ່າງ​ລະອຽດ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ເທື່ອ​ນີ້, ຖອດ​ຖອນ​ບົດຮຽນ​ເພື່ອ​ບໍ່​ໃຫ້​ເກີດ​ກໍລະນີ​ແນວ​ນີ້​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ