ຈີນ​ຍິນ​ດີ​ຮວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະນຸດ

(GMT+08:00) 2011-11-03 18:43:44     cri
ທ່ານ​ນາງ​ອູ​ພິງ ​ໂຄສົກ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ກ່າວ​​ໃນ​ວັນ​ທີ3​ພະຈິກ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ແລະ​ແລກປ່ຽນບົດຮຽນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ໃນ​ຂົງ​ເຂດ​ການບິນ​ອະວະກາດ​ບັນທຸກ​ມະນຸດ.

ທ່ານນາງ​ອູ​ພິງ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ3​ພະຈິກ​ນີ້​ວ່າ,​ໃນ​ເວລາ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ8​ບິນ​ຢູ່​ວົງ​ໂຄ​ຈອນ​ອະ​ວະ​ກາດ,​ນັກ​ວິ​ທະ​ຍາ​ສາດ​ຂອງ​ຈີນ​ແລະ​ເຢຍລະ​ມັນ​ຈະ​ນຳ​ໃຊ້​ເຄື່ອງ​ອຸ​ປະກອນ​ໃນ​ການທົດ​ລອງ​ໃນ​ການ​ເພາະ​ພັນ​ສັດ​ແລະ​ພືດ​ທີ່​ໃຊ້​ທົ່ວ​ໄປ​ນັ້ນ​ດຳ​ເນີນ​ການ​ທົດ​ລອງ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ກ່ຽວ​ກັບການ​ມີ​ຊີວິດ​ໃນ​ອະວະກາດ​ຈຳນວນ17​ລາຍການ.ນີ້​ແມ່ນ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ດຳ​ເນີນ​ການ​ຮ່ວມ​ມືກັບ​ສາກົນ​ໃນ​ຂົງ​ເຂດ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ອະ​ວະ​ກາດ​ເປັນ​ເທື່ອ​ທຳ​ອິດ,ສອງ​ຝ່າຍ​ຮ່ວມ​ມື​ກັນ​ໄປ​ດ້ວຍ​ດີ​.ຈີນ​ຍັງ​ໄດ້​ເຊີ​ນ​ເຈົ້າ​ໜ້າ​ທີ່​ຂອງ​ກົມ​ການ​ບິນ​ອະ​ວະ​ກາດ​ເອີ​ລົບ​ແລະ​ສູນ​ການ​ບິນ​ອະ​ວະ​ກາດ​ເຢຍລະ​ມັນ​ໄປ​ຢ້ຽມ​ຊົມ​ການ​ສົ່ງ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ8​ຂຶ້ນ​ສູ່​ອະວະກາດ​ຢູ່​ສູນ​ສົ່ງ​ດາວ​ທຽມ​ຈີວຊວນ​ຂອງ​ຈີນ.

ທ່ານ​ນາງ​ອູ​ພິງ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ແລະ​ແລກປ່ຽນ​ບົດຮຽນຢ່າງ​ຕັ້ງໜ້າ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ບົນ​ພື້ນ​ຖານ​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ,ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ.ຈີນ​ຍິນ​ດີຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ຮ່ວມ​ກັນ​ຊຸ​ກຍູ້​ການ​ພັດທະນາ​ເຕັກນິກ​ການບິນ​ອະວະກາດ​ບັນທຸກ​ມະນຸດ,ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ນຳ​ໃຊ້​ອະ​ວະ​ກາດ,​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ມ​ວນມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ