ໃນ5​ປີ​ຕໍ່​ໜ້າ,ຈີນ​ຈະ​ບັນລຸ​ຄາດໝາຍ​ທີ່​ອາຍຸ​ຍືນ​ສະ​ເລ່ຍຕໍ່​ຫົວ​ຄົນ​ໃຫ້​ສູງ​ຂຶ້ນ1​ປີ

(GMT+08:00) 2011-11-03 18:54:32     cri
ທ່ານ​ເສິນ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະ​ນະ​ສຸກ​ຈີນ​ກ່າວ​​ໃນ​ຫວ່າງ​ມໍ່ໆ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ,​ໃນ5​ປີ​ຕໍ່ໜ້ານີ້,ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ທາງ​ດ້ານ​ສາທາລະນະ​ສຸກ​ຂອງ​ຈີນ​ຈະ​ຖື​ເອົາ​ການ​​ເພີ່ມ​ອາຍຸ​ຍືນ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕາມຄວາມ​ຄາດ​ຫວັງໃຫ້​ສູງ​ຂຶ້ນ1​ປີ​ເປັນ​ເປົ້າ​ໝາຍ​ໃຈກາງ.

ທ່ານ​ເສິ​ນຈູ​ກ່າວ​ຢູ່​ທີ່​ເວທີ​ປຶກສາ​ຫາລື​ວິທະຍາສາດ​ກັບ​ວັດທະນະທຳ​ສັງຄົມ​ຈີນ​ວ່າການ​ພັດທະນາ​ວຽກ​ງານ​ສາທາລະ​ນະ​ສຸກ​ຂອງ​ຈີນ​ໃນ​ຕໍ່ໜ້າ​ຄວນ​ປ່ຽນ​ແປງ​ຈາກຮູບ​ແບບ​ເກົ່າ​ທີ່​ຖື​ການ​ປິ່ນປົວ​ພະຍາດ​ເປັນ​ໃຈກາງນັ້ນ, ​ຫັນ​ຈຸດ​ສຸມ​ໄປ​ສູ່​ການ​ກັນ​ພະຍາດ​ແລະ​​ເຮັດໃຫ້​ປະຊາຊົນ​ມີສຸຂະພາບ​​ເຂັ້ມ​ແຂງ.​ເລັ່ງລັດ​ການນຳ​ເອົາຜົນສຳ​ເລັດ​ດ້ານ​ວິທະຍາສາດ​ການ​ແພດ​ຢູ່​ໃນ​ຫ້ອງ​ທົດ​ລອງ​ນັ້ນ​ໄປນຳ​ໃຊ້​​ເຂົ້າ​ໃນ​ການ​ປິ່ນປົວ​ຕົວ​ຈິງ,​ໃນ​ທີ່​ສຸດ,ຜ່ານ​ຈາກ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ແລະ​ລະບຽບ​ການ​ສາທາລະນະ​ສຸກ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.

ອາຍຸ​ຍືນ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕາມຄາດ​ຄະ​ເນ​ແລ້ວ,ຜູ່​ຄົນ​ທີ່​ເກີດ​ຢູ່​ໃນ​ໄລຍະ​ດຽວ​ກັນ​ຈະ​ສາມາດ​ສືບ​ຕໍ່​ມີອາຍຸ​ຍືນ​ສະ​ເລ່ຍຕໍ່ຫົວ​ຄົນ​ເທົ່າ​ໃດ​ປີນັ້ນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງຈະ​ແຈ້ງ​ຈາກ​ເງື່ອນ​ໄຂ​ເສດຖະກິດ​ສັງຄົມ​ແລະ​ລະດັບ​ການ​ປິ່ນປົວ​ພະຍາດ​ແລະ​ສາທາລະນະ​ສຸກ.ຕາມ​ສະ​ຖິຕິ,ນັບ​ມາ​ຮອດ​ປີ2010,ອາຍຸ​ຍືນ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕາມ​ຄາດ​ຫວັງ​ຂອງ​ຈີນ​​​ເກືອບຮອດ74​ປີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ