ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ອາຊຽນປຶກສາ​ຫາລື​ກັບ​ຜູ້​ຕາງ​ໜ້າ​ຖາ​ວອນ​ປະ​ຈຳ​ອາ​ຊຽນ

(GMT+08:00) 2011-11-03 14:22:37     cri
ຕາມ​ຂ່າວ​ເວ​ບ​ໄຊ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​: ວັນ​ທີ2ພະຈິກ​ນີ້, ນາງ​ຖົງຊຽວລີງ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ພົບ​ປະ​ເຈລະຈາກັບ​ຄະນະ​ກຳມະການ​ຜູ້ຕາງໜ້າ​ຖາວອນ​ປະຈຳ​ອາ​ຊຽນທີ່​ສຳ​ນັກ​ງານ​ໃຫຍ່​ອາ​ຊຽນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາຕາ​ຂອງ​ອິນ​ໂດ​ເນ​ເຊຍ, ​ໄດ້​ປຶກ​ສາ​ຫາລື​ກ່ຽວ​ກັບ​ຮ່າງ​ແຜນການ《ລະນຶກຈີນ-ອາ​ຊຽນ​ສ້າງ​ການ​ພົວພັນຄູ່​ເຈລະຈາ​ຄົບ​ຮອບ​20​ປີ  ອອກ​ຖະ​ແຫຼ​ງຂ່າວ​ຮ່ວມ​ຂອງ​ກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນຄັ້ງ​ທີ14》, ​ແລະ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ພິທີ​ເປີດ​ປ້າຍ​ຂອງ​ສູນ​ຈີນ-ອາ​ຊຽນ.

​ທ່ານ​ມາ​ມີ​ງຊຽງເລຂາທິການ​ໃຫຍ່ສູນ​ຈີນ-ອາ​ຊຽນ​ເປີດ​ເຜີຍ​​ໃນ​ເດືອນ​ແລ້ວ​ນີ້ວ່າ, "ສູນ​ຈີນ-ອາ​ຊຽນ"ທີ່​ຈີນ​ກັບ​ອາ​ຊຽນ​ຮ່ວມ​ກັນ​ລິ​ເລີ່​ມ​ແລະ​ສ້າງ​ຕັ້ງ​ຂຶ້ນ​ຈະ​ເປີດ​ປ້າຍ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມຜູ້ນຳ​ຈີນ-ອາ​ຊຽນ​ໃນ​​ເດືອນພະຈິກ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ