ງານສະ​ແດງ​ສິ​ລະ​ປະລະຄອນ​ງິ້ວປັກ​ກິ່ງ​ໄດ້​ໄຂ​ຂຶ້ນ​ແລ້ວ​ຢູ່​ເມືອງ​ວູຮານ​ແຂວງ​ຮູ​ເປີ​ຍ

(GMT+08:00) 2011-11-03 14:25:56     cri
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ2ພະຈິກ​ນີ້, ງານ​ສະ​ແດງສິລະປະລະ​ຄອນ​ງິ້ວປັກ​ກິ່ງ​ຈີນ​ຊຸດທີ6​ໄດ້​ໄຂ​ຂຶ້ນ​ຢູ່​​ເມືອງ​ວູຮານ​ແຂວງ​ຫູ​ເປີ​ຍຂອງ​ຈີນ. ມີ​ຄະນະ​ລະຄອນງິ້ວ30ກວ່າ​ຄະນະ​ເຂົ້າ​ຮ່ວມ​ສະ​ແດງ, ລະຄອນງິ້ວປັກ​ກິ່ງ30ກວ່າ​ເລື່ອງ, ນອກຈາກ​ນັ້ນ​ທ່ານ​ຊ້າງ​ຊາງ​ໂຢງ, ​ເມີຍ​ປາວ​ຈີວ, ຢູຄຸຍ​ຈື້ແລະນັກສະ​ແດງ​ລະຄອນ​ງິ້ວປັກ​ກິ່ງ​ທີ່​ມີ​ຊື່​ສຽງ, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ເບິ່ງ​ຊົມ​ລະ​ຄອນ​ງິ້ວ​ປັກ​ກິ່ງ​ຈີນ​ແລະ​ຕ່າງປະ​ເທດທີ່​ຮູ້ຈັກ​ດີ​ກໍ່​ຈະ​ເຂົ້າ​ຮ່ວມ​ແລະ​ສະ​ແດງ​ໃນ​ງານສະ​ແດງ​ສິລະ​ປະລະຄອນ​ງິ້ວປັກ​ກິ່ງ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ລະດັບ​ສູງ​ທີ່​ສຸດ​ຂອງ​ຈີນ.

​​ຜູ້​ນິຍົມ​ຊົມ​ຊອບ​ການສະ​ແດງລະຄອນ​ງິ້ວປັກ​ກິ່ງ​ຈາກອາ​ເມ​ລິ​ກາ, ອັງກິດ, ອົສຕຼາລີ, ຍີ່ປຸ່ນ, ສິງກະ​ໂປ, ​ເບຼຊິນ, ​ເຢຍລະ​ມັນ​,ເຂດ​ຮົງ​ກົງ​ແລະ​ມາ​ກາວ​ກໍ່​ຈະ​ເຂົ້າ​ຮ່ວມນອກຈາກ"ງານ​ຮ້ອງ​ລະຄອນ​ງິ້ວປັກ​ກິ່ງ​ຂອງ​ຜູ້​ນິຍົມ​ຊົມ​ຊອບຈີນ​ແລະ​ຕ່າງປະ​ເທດ"​, ​​ແລ້ວ​ຍັງຈະ​ມີ​ກິດຈະ ກຳນັກ​ຮ້ອງ​​ແລະ​ຜູ້​ນິຍົມຊົມ​ຊອບລະຄອນ​ງິ້ວປັກ​ກິ່ງ​ເຂົ້າ​ໃນ​​ເຂດ​ຄຸ້ມ​ບ້ານ​ແລະ​ໂຮງຮຽນ​ແລະ​ກິດຈະກຳ​ອື່ນໆຕື່ມ​ອີກ​ຫຼາຍ​ຢ່າງ.

ງານ​ສະ​ແດງສິນລະປະລະຄອນ​ງິ້ວປັກ​ກິ່ງ​ຄັ້ງ​ນີ້​ຈະ​ດຳ​ເນີນ​​ໄປ​ຈົນ​ຮອດ​ວັນ​ທີ18ພະຈິກ​ນີ້ຈຶ່ງ​ຈຳ​ສຳ​ເລັດ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ