ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງໜ່ວຍງານ​ຜູ່​ຊ່ຽວຊານ​ໃນການ​ຊ່ອຍ​ເຫຼືອ​ແລະ​ກູ້​ໄພ​ດ້ານ​ມະນຸດສະທຳ​ຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີປ້ອງ​ກັນປະ​ເທດອາ​ຊຽນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2011-11-03 16:44:50     cri

ຕາມ​ຂ່າວສານ​ຈີນ:ວັນ​ທີ3 ພະຈິກ​ນີ້,ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ໜ່ວຍງານ​ຜູ່​ຊ່ຽວຊານ​​ໃນການ​ຊ່ອຍ​ເຫຼືອການ​ກູ້​ໄພ​ທາງດ້ານະນຸດສະທຳ​ຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ວ່າການ​ກະຊວງການ​ປ້ອງ​ກັນປະ​ເທດອາ​ຊຽນຊຶ່ງ​ແມ່ນກະຊວງ​ການປ້ອງ​ກັນປະ​ເທດຈີນ​ກັບ​ກະຊວງ​ການ​ປ້ອງ​ກັນປະ​ເທດຫວຽດນາມ​ຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ​ຜູ່​ແທນ​ຈີນ​ແລະ​ຕ່າງປະ​ເທດ50ກວ່າ​ຄົນ​ຂອງ18ປະ​ເທດ​ສະມາຊິກ​ຂອງ​ກອງ​ປະຊຸມ​ເປີດກວ້າງ​ລັດຖະມົນຕີການ​ປ້ອງ​ກັນປະ​ເທດອາຊຽນ​ແລະເລຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ,​ແລະ​ດຳ​ເນ​ໄປ​ເປັນ​ເວລາ3ວັນ.

ຕາມຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ,ຫົວ​ຂໍ້​ສຳຄັນຂອງ​ກອງ​ປະ​ຊຸມຄັ້ງ​ນີ້​ລວມມີ:ບັນດາ​ປະ​ເທດ​ແນະ​ນຳ​ການຊ່ອຍ​ເຫຼືອ​ແລະ​ກູ້​ໄພ​ດ້ານມະນຸດສະທຳ,ການ​ແລກປ່ຽນ​ບົດຮຽນ​ທີ່​ກອງ​ທັບ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​​ໃນການ​ຊ່ອຍ​ເຫຼືອ​ແລະ​ກູ້​ໄພດ້ານມະນຸດສະທຳ,ຄົ້ນຄວ້າ​ຂົງ​ເຂດ​ການ​ຮ່ວມ​ມືບູລິ​ມະ​ສິດ​ແລະ​ຂໍ້​ສະ​ເໜີ​ການ​ຮ່ວມ​ມື​ທີ່​ເຮັດວຽກ​ລະອຽດ​ພາຍ​ໃຕ້​ກົນ​ໄກ​ກອງ​ປະ​ຊຸກ​ເປີດ​ວ້າງຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ປ້ອງ​ກັນປະ​ເທດອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ