ພາລະກິດ​ການບິນ​ອະວະ​ກາດ​ຂອງ​ຈີນ​ກ້າວ​ເຂົ້າ​ສູ່​ຍຸກສະຖານີ​ອະວະກາດ

(GMT+08:00) 2011-11-03 16:29:46     cri
ພາຍຫຼັງ​ກຳ​ໄດ້​ເຕັກນິກອັນ​ສຳຄັນ​ໃນ​ການ​ສົ່ງ​ຍານ​ອະວະກາດ​ຂຶ້ນ​ສູ່​ອະວະກາດ​ແລ້ວ​ກັບ​ຄືນ​ສູ່​ພື້ນດິນ​ແລະ​ເຕັກນິກ​ໃຫ້​ນັກ​ບິ​ນອອກ​ຈາກ​ຍານ​ຢູ່​ເທິງ​ອະວະກາດ​ແລ້ວ, ຍານ​ອະວະກາດ​ເສິນ​ໂຈ່ວ​ເລກ8​ໄດ້​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1​ໃນ​ອະວະກາດ​ເປັນ​ຄັ້ງ​ທຳ​ອິດ, ພາລະກິດ​ການບິນ​ອະວະກາດ​ຂອງ​ຈີນ​ໄດ້​ກຳ​ເຕັກນິກ​ເຊື່ອ​ມຕໍ່​ໃນ​ອະວະກາດ ​ເຊິ່ງ​ເປັນ​ເຕັກນິກ​ຢ່າງສຸດ​ທ້າຍ​ໃນ​ເຕັກນິກ​ພື້ນຖານ3ຢ່າງ​ຂອງການບິນ​ອະວະກາດ​ບັນທຸກ​ມະນຸດ.

ນີ້​ແມ່ນ​ພາລະກິດ​ການບິນ​ອະວະກາດ​ບັນທຸ​ກມະນຸດ​ຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່,​ເຊິ່ງໝາຍ​ຄວາມ​ວ່າ, ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ສະຖານີ​ອະວະກາດ​ແລ້ວ.

ສະຖານີ​ອະວະກາດ​ແມ່ນ​ສິ່ງ​ກຳ​ເນີ​ດທີ່​ເປັນ​ສັນຍະລັກ​ຈາກເຕັກນິກ​ການບິນອະວະກາດ​ບັນທຸ​ກມະນຸດ​ໃນ​ຍຸກ​ປະຈຸ​ບັນ, ​ແລະກໍ​ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍ​ໃນ​ຍຸດ​ທະ​ສາດສາມບາດ​ກ້າວ​ຂອງ​ພາລະກິດ​ການບິນ​ອະວະ​ກາດ​ບັນທຸ​ກມະນຸ​ດຂອງ​ຈີນ.

​ໃນ​ຖານະ​​ເປັນ​ສະຖານ​ທີ່​ໃໝ່​ອ່ຽມ​ແຫ່ງ​ການ​ຄົ້ນຄວ້າ​ອະວະກາດ​ແລະ​ພັດທະນາ​ວິທະຍາສາດ​ເຕັກນິກ, ສະຖານີ​ອະວະກາດ​ທີ່​ບິນ​ໃນ​ວົງໂຄຈອນ​ໃກ້​ໜ່ວຍ​ໂລກ​ເປັນ​ເວລາ​ດົນ​ນານ, ບໍ່​ພຽງ​ແຕ່​ສາມາດ​ໃຫ້​ນັກ​ບິນ​ອະວະກາດ​ດຳລົງ​ຊີວິດ​ແລະ​ເຮັດ​ວຽກ​​ໃນ​ສະຖານີ​ອະວະກາດ​ເປັນ​ໄລຍະ​ດົນ​ນານ​ເທົ່າ​ນັ້ນ, ຍັງສາມາດ​ສ້າງ​ສະພາບ​ແວດລ້ອມ​ທີ່​ເປັນ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ເວລາ​ຢູ່​ບ່ອນສູງ, ສູນ​ອາກາດ​ແລະ​ມີ​​ແຮງ​ດຶງ​ດູດ​ຂອງ​ໜ່ວຍ​ໂລກ​ບໍ່​ຫຼາຍ ​ທີ່​ຕ່າງ​ກັບ​ສະພາບ​ແວ​ດລ້ອມ​ຢູ່​ເທິງ​ໜ່ວຍ​ໂລກ​, ​ເຊິ່ງມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ການ​ຄົ້ນຄວ້າ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ວິທະຍາສາດ​ໜ່ວຍ​ໂລກ, ການ​ຄົ້ນຄວ້າ​ອະວະກາດ​ຊັ້ນ​ນອກ, ວິຊາ​ວັດຖຸ, ວິຊາ​ຊີວະ​ສາດ​, ວິຊາ​ຜະລິດ​ຢາ​ແລະ​ອື່ນໆ.

ນີ້​ແມ່ນ​ພາລະກິດ​ການບິນ​ອະວະກາດ​ບັນທຸ​ກມະນຸດ​ຂອງ​ຈີນ​ໄດ້​ຢ່ວງບາດກ້າວ​ຄັ້ງ​ປະຫວັດສາດອີກ​ກ້າວ​ໜຶ່ງ. ຍານ​ອະວະກາດ​ເຊື່ອມ​ຕໍ່​ກັນ​ຢູ່​ໃນ​ອະວະກາດຢ່າງ​ສຳ​ເລັດ​ຜົນ, ນັ້ນ​ຈະ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ສາມາດ​ປະກອບ​ແລະ​ຕິດ​ຕັ້ງ​ສະຖານີ​ອະວະກາດ​ໃນ​ອະນາຄົດ, ​ສາມາດ​ຂົນ​ສົ່ງ​ເຄື່ອງ​ຂອງແລະ​ຄົນ​ໄປຍັງ​ສະຖານີອະ​ວະ​ກາດ, ​ແລະ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ເກີນ​ຄາດ​ໝາຍໃນ​ຫຼາຍ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ບົ່ມ​ຊ້ອນ ​ເຊັ່ນ: ສົ່ງ​ຍານ​ອະວະກາດ​ບັນທຸກມະນຸດ​ໄປ​ຂຶ້ນດວງ​ຈັນ, ການ​ຄົ້ນຄວ້າ​ອະວະກາດ​ຊັ້ນ​ນອກ​ແລະ​ອື່ນໆ.

ຄຽງ​ຄູ່​ກັບຄວາມ​ກ້າວໜ້າ​ຂອງ​ເຕັກນິກ​ສະຖານີ​ອະວະກາດ​, ຈີນ​ຍ່ອມ​ຈະ​ສາມາດຜ່ານ​ຈາກ​ການ​ຄົ້ນຄວ້າ​ອະວະກາດ, ​ປະກອບສ່ວນ​ເທົ່າ​ທີ່​ຄວນ​​ເພື່ອ​ໃຫ້​ມະນຸດ​ຮ່ວມ​ກັນ​ຊົມ​ໃຊ້​ຄວາມ​ສີວິ​ໄລ​ທາງ​ອະວະກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ