ຈີນ​ສະ​ແດງ​ທັດ​ສະ​ນະ​ເປີດ​ໃຈ​ຕໍ່​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ຕ່າງໆ ຄື TPP​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ພາກ​ພື້ນ

(GMT+08:00) 2011-11-03 12:33:26     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດຈີນ​ແຈ້ງວ່າ:​ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ2​ພະຈິກ​ນີ້,​ມີ​ນັກ​ຂ່າວ​​ຖາມ​ວ່າ,​ທ່ານ​ບາ​ຣັກ ​ໂອ​ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ສົ່ງ​ເສີມ​ໃຫ້​ຫຼາຍ​ປະ​ເທດ​ຢູ່​ເຂດ​ອາ​ຊີ​ປາ​ຊິ​ຟິກ​​ເຂົ້າ​ຮ່ວມ​TPP​ແລະ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ,​ຈີນ​ມີ​ທັດ​ສະ​ນະ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ຮົງ​ເຫຼີຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນສະ​ແດງ​ທັດສະນະເປີດ​ໃຈ​ຕໍ່​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ຕ່າງໆ ຄື TPP​ເປັນ​ຕົ້ນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເຂດ​ອາຊີ​ປາ​ຊິ​ຟິກ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ພາກ​ພື້ນ​ນີ້.​ພາຍ​ໃຕ້​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ​ນີ້,​ພວກ​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ມອງ​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ແລະ​ຄວາມ​ຫຼາກ​ຫຼາຍ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ນີ້,​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຮ່ວມ​ມື​ທີ່​ໄຂ​ປະ​ຕູ​ໃນ​ພາກ​ພື້ນ​ນີ້,​ນຳ​ໃຊ້​ກົນ​ໄກ​ແລະ​ເວທີ​ທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ​ນີ້​ຢ່າງ​ເຕັມ​ທີ່, ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ເອ​ກະ​ພົບ​ດຽວ​ຂອງ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ