ປັກ​ກິ່ງ​ມີ​ແຜນ​ຈະ​ສ້າງ​ໃຫ້​ເປັນ​ເມືອງສູນ​ກາງ​ທາ​ງດ້ານການ​ເງິນ​ທີ່​ມີ​ຊື່​ສຽງ​ໃນ​ສາກົນ

(GMT+08:00) 2011-11-04 15:33:11     cri
ໃນ​ພິທີ​ໄຂ​ງານ​ເອັກສ​ໂປ​ການ​ເງິນ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ7​ໃນ​ເມື່ອ​ມໍ່ໆ​ມາ​ນີ້,ທ່ານ​ໂກ່ວຈິ່ນຫຼົງ ​ເຈົ້າ​ຄອງ​ນະຄອນຫຼວງປັກ​ກິ່ງ​ກ່າວ​ວ່າ,ປັກ​ກິ່ງ​ມີ​ແຜນ​ຈະ​ສ້າງ​ໃຫ້​ເປັນ​ເມືອງ​ສູນກາງ​ທາງ​ດ້ານ​ການ​ເງິນ​ທີ່​ມີ​ຊື່​ສຽງ​ໃນ​ສາກົນ.

ທ່ານ​ໂກ່​ວຈິ່ນຫຼົງ​ກ່າວ​ວ່າ,ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ການ​ເງິນ​ພັດທະນາ​ຢ່າງ​ວ່ອງ​ໄວ,ຜະລິດ​ຕະພັນ​ການ​ເງິນ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ການ​ປະດິດ​ສ້າງ​ໃໝ່​​ເລື້ອຍໆ​ແລະ​ພັດທະນາ​ຢ່າງໜັກ​ແໜ້ນ.ຕະຫຼາດ​ຊື້​ຂາຍຜະລິດ​ຕະພັນ​ການ​ເງິນລະດັບ​ຊາດ​​ແຫ່ງ​ຕ່າງໆ​ເຊັ່ນ​ຕະຫຼາດຊື້​ຂາຍ​ຜະລິດ​ຕະພັນການ​ເງິນ​ຈີນ​ໄດ້​ເປີດ​​ດຳ​ເນີນທຸລະ​ກິດ​ຢູ່​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ,ຕະຫຼາດ​ຊື້​ຂາຍ​ສິດ​ຊັບ​ສິນ​ປັກ​ກິ່ງ​ໄດ້​ກາຍ​ເປັນລະບົບຊື້​ຂາຍ​ສິດ​ຊັບ​ສິ​ນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ.

ໃນ5​ປີ​ທີ່​ຜ່ານ​ມາ,ມູນ​ຄ່າ​ເພີ່ມ​ສະ​ເລ່ຍຕໍ່​ຫົວ​ຄົນຂອງ​ຂະ​ແໜງ​ການ​ການ​ເງິນ​ນະຄອນຫຼວງປັກ​ກິ່ງ​​ໄດ້​ເພີ່ມ​ຂຶ້ນ11%,ຍອດ​ປະລິມານ​ຊັບ​ສິນ​ຂະ​ແໜງ​ກາ​ນການ​ເງິນ​ໄດ້​ເພີ່ມ​ຂຶ້ນ1,4​ເທົ່າ.ສະ​ເພາະ​ແຕ່9​ເດືອນ​ປີ​ນີ້,ຍອດ​ມູນ​ຄ່າ​ຊື້​ຂາຍ​ຊັບ​ສິນ​ທາງການ​ເງິນ​ຂອງ​ປັກ​ກິ່ງ​ໄດ້​ມີ​ຫຼາຍ​ກວ່າ6200​ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ