ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຫຼາຍ​ກວ່າ​3​ພັນ​ຕື້​ໂດ​ລາ

(GMT+08:00) 2011-11-04 11:14:53     cri
ຕາມ​ຂ່າວCRI: ວັນ​ທີ3ພະຈິກ​ນີ້, ຜູ້​ຮັບຜິດຊອບ​ກົມ​ໃຫຍ່​ດ່ານ​ພາ​ສີ​ຂອງ​ຈີນ​ກ່າວ​ວ່າ,​ຕາມ​ສະ​ຖິ​ຕິ​ໃນ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ,​ມາ​ຮອດ​ວັນ​ທີ​2​ພະ​ຈິກ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຫຼາຍ​ກວ່າ​3​ພັນ​ຕື້​​ໂດ​ລາ, ​ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ຜ່ານ​ມາ.

ຜູ້​ຮັບຜິດຊອບ​ທ່ານ​ນີ້​ກ່າວ​ຕື່ມວ່າ, ​ແຕ່​ຕົ້ນ​ປີ​ນີ້​ເປັນຕົ້ນ​ມາ, ຍ້ອນ​ປະ​ເຊີນ​ກັບ​ສະພາບ​ການ​ເສດ​ຖະ​ກິດ​ສາ​ກົນ​ທີ່​ສັບ​ສົນ​ແລະ​ຫຍຸ້ງ​ຍາກ,​ຈີນ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ອັນ​ເໝາະ​ສົມ​ເຮັດ​ໃຫ້​ການ​ເພີ່ມ​ຂຶ້ນ​ທາງດ້ານ​ເສດ​ຖະ​ກິດ​ມີ​ຄວາມ​ໝັ້ນ​ທ່ຽງ, ປັບ​ປຸງ​ໂຄງ​ປະ​ກອບ,​ຊຸກ​ຍູ້​ໃຫ້​ມີ​ຄວາມ​ດຸ່ນ​ດ່ຽງ, ​ເລັ່ງ​ລັດ​ການ​ປ່ຽນ​ແປງ​​ຮູບ​ແບບ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ, ຊຸກ​ຍູ້​ໃຫ້​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ຮັກ​ສາ​ລະ​ດັບ​ການ​ເພີ່ມ​ຂຶ້ນ​ໂດຍ​ໄວ​ແລະ​ມີ​ຄວາມ​ໝັ້ນ​ທ່ຽງ.

ຂ່າວ​ແຈ້ງວ່າ,​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ປີ​2004​ມີ​ຫຼາຍ​ກວ່າ​1​ພັນ​ຕື້​ໂດ​ລາ​ແລະປີ2007ມີ​ຫຼາຍ​ກວ່າ​2​ພັນ​ຕື້​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ