ຈີນ-ອາ​ຊຽນ​ຄົ້ນ​ຄວ້າ​ຊອກ​ຫາ​ຊ່ອງ​ທາງ​ໃໝ່​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ທ່ອງ​ທ່ຽວ

(GMT+08:00) 2011-11-04 11:28:55     cri
ຕາມ​ຂ່າວສານ​ຈີນ:​ຕາມ​ຂ່າວ​ຈາກ"ກອງ​ປະຊຸມ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ໂດຍ​ຜ່ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ"ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນີງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ​ແຕ່​ວັນ​ທີ1​ຫາ​ວັນ​ທີ2​ພະ​ຈິກ​ນີ້,​ຈີນ​​ແລະ​ອາ​ຊຽນ​ຢາກ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ,​ຄົ້ນ​ຄວ້າ​ຊອກ​ຫາ​ຊ່ອງ​ທາງ​ໃໝ່​ທີ່​ໃຫ້​ເງິນ​ທຶນ​ສັງຄົມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າສູ່​ຂະ​ແໜງ​ການ​ທ່ອງ​ທ່ຽວ,​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຢູ່​ໃນ​ພາກ​ພື້ນ​ນີ້,​ເພື່ອ​ຊຸກ​ຍູ້​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ແລະ​ພາກ​ພື້ນ.

ທ່ານ​ຊຸ່ນອ່ານ​ມີນ,ປະທານກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອຸດສາຫະກຳ​ການ​ຄ້າ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ກ່າວ​ວ່າ:​"ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ເປົ້າ​ໝາຍ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,​ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ທີ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ເຊີນ.​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ແລະ​ກວມ​ຫຼາຍ​ຂະ​ແໜງ​ການ,​ມີ​ບົດ​ບາດ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ແລະ​ວ່ອງ​ໄວ​ຕໍ່​ເສດ​ຖະ​ກິດ​ພາກ​ພື້ນ,​ພ້ອມ​ກັນ​ນັ້ນ,​ຍັງ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ."

ທ່ານ​ອູ​ເດດ ສຸວັນນະ​ວົງ,ຮອງ​ປະທານ​ສະມາຄົມ​ການທ່ອງທ່ຽວ​ອາ​ຊຽນ,ຮອງ​ປະທານ​ສະ ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ,​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່​ຫຼວງ,​ແລະ​ໄດ້​ຊີ້​ແຈງ​ທິດ​ການ​ຂະ​ຫຍາຍ​ຕົວ​ໃຫ້​ວຽກ​ງານ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຮ່ວມ​ຈຳນວນ​ໜຶ່ງ​ລະ​ຫວ່າງ​ສອງ​ຝ່າຍ. ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ອາ​ຊຽນ​ກໍ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ,​ແລະ​ໄດ້​ວາງ​ເປົ້າ​ໝາຍ​ແລະ​ແຜນ​ການ​ພັດ​ທະ​ນາ​ສາມ​ລາຍ​ການ,​ຄື​ໜຶ່ງ​ແມ່ນ​ແຜນ​ການ​ພັດ​ທະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ແລະ​ຊັບ​ພະ​ຍາ​ກອນ​ແຮງ​ງານ,​ສອງ​ແມ່ນ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢ່າງ​ຕໍ່​ເນື່ອງ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ,​ແລະ​ອັນ​ສຸດ​ທ້າຍ​ແມ່ນ​ແຜນ​ການ​ພັດ​ທະ​ນາ​ຕະ​ຫຼາດ​​ແລະ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.​ເປົ້າ​ໝາຍ​ແລະ​ແຜນ​ການ​ພັດ​ທະ​ນາ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຈັດ​ເຂົ້າ​ໃນ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ແຜນ​ການ​ຍຸດ​ທະ​ສາດ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ອາ​ຊຽນ​ແຕ່​ປີ2011​ຫາ​ປີ2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ