ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທີ6G20​ໄດ້​ຜ່ານ"​ແຜນການ​ປະ​ຕິ​ບັດ​ງານ​ກາ​ນ"​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ປະ​ກອບ​ອາ​ຊີບ

(GMT+08:00) 2011-11-05 14:30:05     cri
ຕາມ​ຂ່າວCRI: ວັນ​ທີ4ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ6ຂອງ​ຜູ້ນຳ​ກຸ່ມ 20ປະ​ເທດຫຼືG20​ໄດ້​ອັດ​ລົງ​ໃນ​ສູນ​ປະຊຸມ​​ຮູບ​ເງົາ​ກາ​ນ, ​ແລະ​ໄດ້​ຜ່ານ​"ແຜນການ​ປະຕິບັດງານກາ​ນ"ທີ່ມີ​ຈຸດປະສົງ​ເພື່ອ​ຊຸກຍູ້ການ​ເຕີບ​ໂຕ​ດ້ານ​ເສດ ຖະກິດ​ແລະ​ການ​ປະກອບ​ອາຊີບ.

ຫຼັງ​ກອງ​ປະຊຸມ​ໄດ້ປະກາດ​ແຈ້ງ​ການ​ຂຽນ​ວ່າ, ຜູ້ນຳ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຜ່ານ"​ແຜນການ​ປະຕິບັດງານຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດ  ຖະກິດ​ແລະ​ການ​ປະກອບ​ອາຊີບ", ຕົກລົງ​ນຳ​ໃຊ້​ມາດ​ຕະການ​ອັນ​ດຽວ​ກັນ, ​ເພື່ອ​ຮັບ​ມື​ກັບ​ບັນຫາ​ອ່ອນ​ແອ​ດ້ານ​ເສດຖະກິດ​ໃນ​ໄລຍະ​ສັ້ນ, ​ແລະ​ຈະ​ປັບປຸງ​ພື້ນຖານ​ຂອງການ​ເຕີບ​ໂຕດ້ານ​ເສດຖະກິດ​ຢ່າງ​​ແຂງ​ແຮງ, ຍືນ​ຍົງ​ແລະ​ດຸ່ນດ່ຽງ​​ໃນ​ໄລຍະ​ກາງ.

​ແຜນການ​ນີ້​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ອົງ​ກອນ​ເສດຖະກິດ​ທີ່ພັດທະນາ​​ແລ້ວຈະ​ນຳ​ໃຊ້​ມາດ​ຕະການ​ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່​ແລະ​ສະ​ໜັບສະ​ໜູນ​ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ປະຕິບັດ​ມາດ​ຕະການປັບປຸງ​ດ້ານ​ການ​ເງິນ​ຢ່າງ​ຈະ​ແຈ້ງ, ສາມາດ​ອ້າງ​ອີງ​ໄດ້​ແລະ​ລະອຽດ. ປະ​ເທດ​ທີ່​ມີ​ຄວາມ​ເຫຼືອ​ເຟື້ອດ້ານ​ການ​ເງິນ​ຈະ​ນຳ​ໃຊ້​ມາດ​ຕະການ​ຕ່າງຫາກ, ສະ​ໜັບ​ສະ​ໜູນ​ຄວາມ​ຕ້ອງ​ການ​ພາຍ​ໃນ. ປະ​ເທດ​ສະ​ມາຊິກ​ຂອງG20ຕ້ອງ​​ເລັ່ງລັດ​ການ​ປ່ຽນ​ແປງ​ດ້ານ​ໂຄງ​ປະກອບ​ຕື່ມ​ອີກ, ຍົກ​ສູງ​ອັດຕາ​ການ​ການ​ເຕີບ​ໂຕ​ທີ່ອັນ​ບົ່ມ​ຊ້ອນຢູ່. ນະ​ໂຍບາຍ​ຂອງ​ປະ​ເທດ​ສະມາຊິກ​ຕ່າງໆ​ໃນ​ໄລຍະ​ກາງ​ຕ້ອງ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລາ ຄາ​ສິນຄ້າ, ​ແລະ​ສືບ​ຕໍ່​ສະໜັບສະ​ໜູນ​ການ​ຟື້ນ​ຟູ​​ເປັນປົກກະຕິດ້ານ​ເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ