ທ່ານ​ຫູ​ຈິນ​ທ່າວ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ສະ​ເພາະ​ໃນ​ກອງ​​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ທີ​6​ຂອງ​ຜູ່​ນຳ​ກຸ່ມ​G20

(GMT+08:00) 2011-11-05 15:41:53     cri

ວັນ​ທີ4​ພະຈິກ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ6​ຂອງ​ຜູ່​ນຳ​ກຸ່ມ20​ປະ​ເທດ​ຫຼືG20ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່​ເມືອງ​ການ​ຂອງ​ຝະ​ຣັ່ງ.​ກອງ​ປະຊຸມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ຄື:​ຄວາມ ປັ່ນ​ປ່ວນ​ຂອງ​ລາ​ຄາ​ສິນ​ຄ້າ​ຂະ​ໜາດ​ໃຫຍ່,​ວຽກ​ເຮັດ​ງານ​ທຳ​ແລະ​ແຮງ​ງານ​ດັ່ງ​ນີ້​ເປັນ​ຕົ້ນ.​ທ່ານ​ຫູ​ຈິນ​ທ່າວ,​ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ສະ​ເພາະ​ໃນ​ບັນ​ຫາ​ດັ່ງ​ກ່າວ.

ທ່ານ​ຫູ​ຈິນທ່າວ​ຊີ້​ອອກ​ວ່າ,ກ່ຽວ​ກັບບັນຫາ​ຄວບ​ຄຸມ​ຄວາມ​ປັ່ນ​ປ່ວນ​ຂອງ​ລາຄາ​ສິນຄ້າ​ຂະ ໜາດ​ໃຫຍ່,​ກຸ່ມ​G20​ຄວນ​ເອົາ​ການ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ໝັ້ນ​ທ່ຽງ​ປະ​ສານ​ສົມ​ທົບ​ກັບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ,​ເປີດ​ກວ້າງ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ,​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຕໍ່​ຕະ​ຫຼາດ​ການ​ທະ​ນາ​ຄານ,​ເພີ່ມ​ທະ​ວີ​ຄວາມ​ໂປ່ງ​ໃສ​ຂອງ​ການ​ຊື້​ຂາຍ​ໃນ​ຕະ​ຫຼາດ,​ສະ​ກັດ​ກັ້ນ​ການ​ກະທຳ​ທີ່​ເກັງ​ກຳ​ໄລ​ແລະ​ປັ່ນ​ລາ​ຄາ,​ພະ​ຍາ​ຍາມ​ຊຸກ ຍູ້​ໃຫ້​ລາ​ຄາ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ຮັກ​ສາ​ຢູ່​ໃນ​ລະ​ດັບ​ອັນ​ເໝາະ​ສົມ​ແລະ​ໝັ້ນ​ທ່ຽງ​ໃນ​ຂັ້ນ​ພື້ນ​ຖານ;​ຮ່ວມ​ກັນ​ໃຊ້​ມາດ​ຕະ​ການ​ໃນ​ດ້ານ​ເສດ​ຖະ​ກິດ​ຮູບ​ປະ​ທຳ,​ການ​ຄ້າ​ແລະ​ການ​ທະ​ນາ​ຄານ,​ສ້າງ​ລະ​ບົບ​ຄົ້ນ​ຄວ້າ,​ພັດ​ທະ​ນາ​ແລະ​ເຜີຍ​ແຜ່​ເຕັກ​ນິກ​ທາງ​ດ້ານ​ພະ​ລັງ​ງານ​ແລະ​ກະ​ສິ​ກຳ​ທີ່​ກ້າວ​ໜ້າ,​ຊຸກ​ຍູ້​ໃຫ້​ລະ​ບົບ​ການ​ຄ້າ​ສາ​ກົນ​ທີ່​ທ່ຽງ​ທຳ,​ສົມ​ເຫດ​ສົມ​ຜົນ​ແລະ​ບໍ່​ມີ​ການ​ຈຳ​ແນກ​ນັ້ນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ,​ຊຸກ​ຍູ້​ໃຫ້​ຕະ​ຫຼາດ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ສາ​ກົນ​ມີ​ການ​ພັດ​ທະ​ນາ​ຢ່າງ​ມີ​ລະ​ບຽບ​ການ,​ປອດ​ໄສ​ແລະ​ໝັ້ນ​ທ່ຽງ;​ຊຸກ​ຍູ້​ການ​ໂອນ​ເຕັກ​ນິກ​ແລະ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ,​ຕັ້ງ​ໜ້າ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ບັນ​ລຸ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ແລະ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,ບັນຫາ​ວຽ​ກ​ເຮັດ​ງານ​ທຳ​ພົວພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ ຊົນ,ປະ​ເທດ​ຕ່າງໆ​ຄວນ​ເອົາ​ວຽກ​ງານ​ທີ່​ເພີ່ມ​ວຽກ​ເຮັດ​ງານ​ທຳ​ແລະ​ເຮັດ​ໃຫ້​ວຽກ​ເຮັດ​ງານ​ທຳ​ໝັ້ນທ່ຽງ​ ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ໜຸ່ມ​ແລະ​ກຸ່ມ​ຄົນ​ທີ່​ດ້ອຍ​ໂອ​ກາດ​ນັ້ນ​ໄວ້​ວາງ​ຢູ່​ບ່ອນ​ທີ່​ມີ​ບູລິ​ມະ​ສິດ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.​ຈີນ​ຍຶດ​ໝັ້ນ​ຖື​ການ​ຊຸກ​ຍູ້​ວຽກ​ເຮັດ​ງານ​ທຳ​ຢ່າງ​ເຕັມ​ທີ່​ເປັນ​ໜ້າ​ທີ່ອັນ​ດັບ​ໜຶ່ງ​ແຫ່ງ​ການ​ຮັບ​ປະ​ກັນ​ແລະ​ປົວ​ແປງ​ຊີ​ວິດ​​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,​ກໍ່​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ອັນ​ໜຶ່ງ​ເພື່ອ​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ.ນີ້​ກໍ່​ແມ່ນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຕໍ່​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ແລະ​ການ​ຫຼຸດ​ການ​ຫວ່າງ​ງານ.

ພາຍຫຼັງ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຜູ່​ນຳG20​ແລ້ວ,​ໃນ​ວັນ​ທີ5​ພະຈິກ​ນີ້,ທ່ານ​ຫູ​ຈິນທ່າວ​ໄດ້​ກັບ​ຄືນ​ມາ​ຮອດ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ