ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ກວ້າງ​ຂວາງ​ກວ່າ​ເກົ່າ

(GMT+08:00) 2011-11-05 15:57:15     cri
ວັນ​ທີ4​ພະ​ຈິກ​ນີ້,ຢູ່​ເມືອງ​ເຊິ່ນ​​ເຈິ້​ນ​ແຂວງ​ກວາງ​ຕຸ້ງຂອງ​ຈີນ,ທ່ານ​ຈ່າງ​ເຕີ​ຈ່ຽງ,ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ເນັ້ນ​ວ່າ,​ຈີນ​ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທີ່ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຊັບ​ພະ​ຍາ​ກອນ​ມະ​ນຸດ,​ຍຶດ ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ກວ້າງ​ຂວາງ​ກວ່າ​ເກົ່າ,​ສືບ​ຕໍ່​ປັບ​ປຸງ​ນະ​ໂຍ​ບາຍ,​ປັບ​ປຸງ​ການ​ບໍ​ລິ​ການ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຖື​ການ​ປະ​ຕິ​ບັດ"ແຜນ​ການ​ຜູ່​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ພັນ​ຄົນ"​ເປັນ​ເວ​ທີ,​ສ້າງ​ເງື່ອນ​ໄຂ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ໃຫ້​ນັກ​ວິ​ຊາ​ການ​ປະ​ເພດ​ຕ່າງໆ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ຕົນ,​ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ພັດ​ທະ​ນາ​ທັງ​ດີ​ທັງ​ໄວ.

​ໃນ​ເວລາ​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະ​ຊຸມ​ແລກ​ປ່ຽນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສາ​ກົນ​ຈີນ​ປີ​2011,​ພ້ອມ​ດ້ວຍ​ເວທີ​ປຶກ​ສາ​ຫາ​ລື​ເຊິ່ນ​ເຈິ້ນ​ໃນ​ວັນ​ທີ​4​ພະ​ຈິກ​ນີ້,​ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ,​ຈີນ​ຢາກ​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເດີນ​ໄປ​ຕາມ​ທ່ວງ​ທ່າ​ພັດ​ທະ​ນາ​ຂອງ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ທ້າງ​ດ້ານ​ນັກ​ວິ​ຊາ​ການ​ສາ​ກົນ,​ເພີ່ມ​ເນື້ອ​ໃນ​ໃໝ່​ໃຫ້​ແກ່​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ທາງ​ດ້ານ​ນັກ​ວິ​ຊາ​ການ​ສາ​ກົນ,​ບໍ່​ພຽງ​ແຕ່​ຄວນ​ເພີ່ມ​ຄວາມ​ແຮງ​ໃນ​ວຽກ​ງານ​ທີ່​ດຶງ​ດູດ​ນັກ​ວິ​ຊາ​ການ​ຕ່າງ​ປະ​ເທດ​​ເທົ່າ​ນັ້ນ,​ຍັງ​ຄວນ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ນັກ​ວິ​ຊາ​ການ​ສາ​ກົນ,​ຍົກ​​ລະ​ດັບ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ນີ້​ຂຶ້ນ​ສູ່​ລະ​ດັບ​ໃໝ່,​ຮ່ວມ​ກັນ​ຊຸກ​ຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ,​ເພື່ອ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​ກວ່າ​ເກົ່າ​ຂອງ​ມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ