ນາຍົກ​ຈີນ​ເດີນທາງ​ໄປ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນາຍົກລັດຖະມົນຕີຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ

(GMT+08:00) 2011-11-06 14:40:41     cri
ຕອນ​ເຊົ້າ​ວັນ​ທີ 6 ພະຈິກ​ນີ້, ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກ​ລັດຖະມົນຕີ​ຈີນ​ຂີ່​ໄດ້ອອກ​ຈາກ​ປັກ​ກິ່ງ, ​ເດີນທາງ​ໄປ​ແ​ຊງ​ເປ​ເຕີ​ສ໌ບວກຂອງຣັດ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນາຍົກລັດຖະມົນຕີຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 10.

ກອງປະຊຸມ​ເທື່ອ​ນີ້​ພໍດີ​ແມ່ນ​ປີທຳ​ອິດ​ຂອງ​ການ​ພັດທະນາ 10 ປີ​ຮອບ​ໃໝ່​​ແລະ"ປີ​ໄມ​ຕິ​ຈິດ​ກັບ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຕໍ່​ກັນ"ຄັ້ງທຳ​ອິດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ນ​​ເຊີງ​ໂກວພີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ຈະ​ຕົກລົງ​ທິດ​ທາງ​ພື້ນຖານຂອງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ10 ປີ​ຕໍ່ໜ້າຂອງ​ອົງການ​ຮ່ວມ​ມື​ຊຽງ​​ໄຮ. ​​ໃນ​ໄລຍະ​ຈັດ​ກອງ​ປະຊຸມ, ທ່ານ​ເວີ່ນ​ເຈ່ຍ​ປາວສະຫຼຸບພ້ອມ​ກັບ​ຜູ້ນຳ​ປະ​ເທດ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ສະຫຼຸ​ບສະພາບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ປີ​ທີ່​ຜ່ານ​ມາ, ລົງ​ເລິກ​ວິ​ເຄາະ​ສະຖານະ​ການ​ພາກ​ພື້ນ​ແລະ​ສາກົນ​ໃນ​ປະຈຸ​ບັນ, ​ແລະ​ປະ​ສານສົມທົບ​ກັບ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງກອງ​ປະຊຸມ​ສຸດ​ຍອດ​ອັສທາ​ນາ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິຖຸນາ​ປີ​ນີ້, ວາງ​ແຜນ​ແລະ​​ຈັດ​ວາງ​ກ່ຽວ​ກັບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ, ​ເສດຖະກິດ​ແລະວັດທະນະທຳ​ເປັນ​ຕົ້ນ.

ອົງການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2001, ມີ​ 6 ປະ​ເທດ​ສະມາ​ຊີກ​ຄື: ກາ​ຊັກ​ສະຖານ, ຈີນ, ກຽກກິດ​ສະຖານ, ຣັດ​ເຊຍ​, ຕາ​ຊີ​ກີ​ສະຖານ​ແລະອຸສ​ເບ​ກີ​ສະຖານ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ