ຊາວ​ມຸສລິມຈີນ​ສະ​ເຫຼີ​ມສະຫຼອງ​ບຸນ​ກູ​ບານ

(GMT+08:00) 2011-11-06 15:14:06     cri
ວັນ​ທີ 7 ພະຈິກ​ແມ່ນ​ບຸນ​ກູ​ບານ​ບຸນ​ປະ​ເພນີ​ຂອງ​ຊາວ​ມຸສລິ​ມ. ​ໃນ​ເວລາ​ບຸນ​ປະ​ເພນີ​ດັ່ງກ່າວ​ໃກ້​ຈະ​ມາ​ເຖິງ, ຊາວ​ມຸສລິ​ມຈີນ​ພາກັນ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ.

ວັນ​ທີ 5 ພະຈິກ​ນີ້, ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ງຈ່ຽງຈັດ​ງານ​ໂອ້​ລົມ​ບຸນ​ກູ​ບານ, ຜູ້​ຕາງໜ້າ​ຂອງ​ຊົນ​ເຜົ່າ​ຕ່າງໆ​ແລະ​ວົງ​ການ​ຕ່າງໆ​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ຫຼອງ​ວັນ​ບຸນ. ນອກນີ້, ຊາວ​ມຸສລິ​ມ 10 ກວ່າ​ຊົນ​ເຜົ່າ​ເຊັ່ນ​ເຜົ່າ​ອຸຍ​ເກີ​ແລະ​ເຜົ່າ​ຮຸຍ​ເປັນ​ຕົ້ນ​ຂອງ​ເຂດ​ຊິ່ນ​ຈ່ຽງ 400 ກວ່າ​ຄົນ​ທີ່​ອາ​ໄສ​ຢູ່​ປັກ​ກິ່ງ​ກໍ່​ໄດ້​ຈັດ​ງານ​ມ່ວນ​ຊື່ນ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ພະຈິກ​ນີ້, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນ​ກູ​ບານ.

ບຸນ​ກູ​ບານ​ຍັງ​ມີ​ຊື່ວ່າ​ບຸນ​ອັດ​ຮາ, ຕົກ​ຢູ່​ໃນ​ວັນ​ທີ 10 ​ເດືອນ 12 ຕາມ​ຈັນທະ​ຄະ​ຕີ​ອິສລາມ. ​ເຊິ່ງ​ເປັນອັນ​ສຸດ​ທ້າຍ​ໃນ​ໄລຍະ​ນະມັດສະການ. ​ໃນ​ວັນ​ບຸນ​ດັ່ງກ່າວ, ຊາວ​ມຸສຈະ​ຂ້າ​ສັດ​ເພື່ອ​ທວາຍ​ໃຫ້​ພະ​ອານ​ລາ. ສະ​ນັ້ນ, ບຸນ​ນີ້​ຍັງ​ແປ​ວ່າ​ບຸນ​ຂ້າ​ສັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ