ໂຄສົກ​ຄະນະ​ຜູ້​ແທນ​ຈີນ​ສະຫລຸບ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດຍອດ​ຄັ້ງ​ທີ6​ຂອງ​ ກຸ່ມG20

(GMT+08:00) 2011-11-06 16:50:24     cri

ທ່ານ​ຫູ​ຈີນ​ທ່າວ,ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ6​ຂອງກ່ມG20ທີ່​ຈັດ​ຂຶ້ນຢູ່​ເມືອງ​ການ​ຂອງ​ຝະຣັ່ງ​ແຕ່​ວັນ​ທີ3​ຫາ​ວັນ​ທີ4​ພະຈິກ​ນີ້, ຫລັງ​ກອງ​ປະຊຸມ, ທ່ານ​ມາ​ຈ່າວ​ຊູ້, ​ໂຄສົກ​ຄະນະ​ຜູ້​ແທນ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ​ແລະດຸ່ນດ່ຽງ​ໂດ​ຍລວມ.

ທ່ານ​ມາ​ຈ່າວ​ຊູ້​ແນະ​ນໍາ​ວ່າ, ກອງ​ປະຊຸມ​ສຸດ​ຍອດໄດ້ຖື​ການ​ປຶ​ກສາ​ຫາລື​ບັນ​ຫາວິ​ກິ​ດການ​ໜີ້​ສິນ​ພາກ​ລັດ​ຂອງ​ປະ​ເທດ​ເອີ​ຣົບ​ເປັນ​ຈຸດ​ສຸມ, ຝ່າຍ​ຕ່າງໆ​ຫວັງ​ວ່າມາດ​ຕະການ​ໃໝ່​ທີ່ສະຫະພາບ​ເອີ​ຣັບວາງ​ອອກ​ໃນ​ໄລຍະ​ມໍ່ໆ​ນີ້​ມີ​ຜົນ​ດີ​ຕໍ່ຕະຫລາດ​ການ​ເງິນ​ເອີຣັບມີ​ຄວາມໝັ້ນ​ທ່ຽງ, ຊຸກ​ຍ້​ໃຫູ້​ເສດຖະກິດ​ຟື້ນ​ຟູ​ແລະ​ພັດທະນາ.

ທ່ານ​ມາ​ຈ່າວ​ຊູ້ຊີ້​ອອກ​ວ່າ, ກອງ​ປະຊຸ​ມສຸດ​ຍອດ​ກ່າວ​​ເນັ້ນ​ວ່າ, ການ​ແກ້​ໄຂ​ບັນຫາ​ພັດທະນາ​ແມ່ນ​ວຽກ​ງານ​ສໍາຄັນ​ໃນ​ການ​ຊຸກ​ຍູ້​ເສດ​ຖະກິດ​ໂລກ​ໃຫ້​ຟື້ນ​ຟູ, ​ແລະ​ຊຸກ​ຍູ້ເສດ​ຖະກິດ​​ເຕີບ​ໂຕ​ໃນ​ອະນາຄົດ, ກຸ່ມ​G20ຈະ​ສືບຕໍ່​ຖື​ບັນຫາ​ພັດທະນາ​ເປັນ​ຫົວ​ຂໍ້​ສໍາ​ຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ຕໍ່​ໄປ.

ທ່ານ​ມາ​ຈ່າວ​ຊູ້​ຍັງ​ກ່າວ​ວ່າ, ​ພາຍ​ໃຕ້​ສະພາບ​ການ​ຕະ​ຫລາດ​ການ​ເງິນ​ສາກົນ​ເກີດຄວາມ​ບໍ່​ໝັ້ນ​ທ່ຽງ​ອັນ​ຮຸນ​ແຮງ, ຫລາຍ​ປະ​ເທດ​ທີ່​ພວມພັດທະນາ​ທີ່​ຖື​ປະ​ເທດ​ທີ່​ມີ​ຕະຫລາດຈະ​ເລີນ​ໃໝ່​ໃນ​ກຸ່ມG20​ເປັນ​ຕົວ​ແທນ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປັບປຸງ​ແກ້​ໄຂເສດ​ຖະ​ກິດ​ໂລກ, ກາຍ​ເປັນ​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ຮັກສາ​ການ​ເງິນ​ສາກົນ​ໃຫ້​ມີ​ຄວາມໝັ້ນ​ທ່ຽງ, ຊຸກ​ຍູ້​​ໃຫ້​ເສດຖະ​ກິດ​ໂລກ​ເຕີບ​ໂຕ.ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປັບປຸງອັນ​ເລິກ​ເຊິ່ງ​ແລະ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​ປະຫວັດສາດ​ຂອງລະບຽບ​ເສດຖະກິດ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ