ໂຄງການ​ສ້າງ​ສາຄືນ​ໃໝ່​ຂອງ​ເມືອງ​ໂຈ​ວຊີ​ແຂວງກ່ານ​ຊູ້​ຂອງ​ຈີນລົງມື​ກໍ່ສ້າງທັງ​ໝົດ

(GMT+08:00) 2011-11-06 16:54:11     cri

ມາ​ຮອດ​ປະ​ຈຸ​ບັນ,170​ໂຄງການ​ກໍ່ສ້າງ​ຄືນ​ໃໝ່​ຫລັງ​ໄພພິບັດຂອງ​ເມືອງ​ໂຈວ​ຊີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າຕິ​ເບດກ່ານ​ນານ​ແຂວງ​ກ່ານ​ຊູ້ຂອງ​ຈີນ​ໄດ້ລົງມື​ກໍ່ສ້າງ​ຢ່າງຮອບດ້ານ.

 ມາ​ຮອດ​ທ້າ​ຍ​ເດືອນ​ຕຸ​ລາ​ປີ​ນີ້, ​ໂຄງການ​ກໍ່ສ້າງ​ຄືນ​ໃໝ່​ຫລັງ​ໄພດິນ​ພູ​ເຈື່ອນ​ອັນ​ໜັກໜ່ວງ​ໃນ​ເມືອງໂຈ​ວຊີ​ໄດ້ສໍາ​ເລັດ​ການ​ລົງທຶນ​ຈາກ​ງົບປະມານ​ 2​ຕື້100​ລ້ານ​ຢວນ,ກວມ40%ຂອງ​ການ​ລົງທຶນ​ທັງ​ໝົດ.

 ຕາມ​ແຜນ​ການ​ກໍ່ສ້າງ​ຄືນ​ໃໝ່, ກ່ອນ​ທ້າຍ​ປີ2012, ເມືອງ​ໂຂວຊີ​ຈະ​ສໍາ​ເລັດ​ໜ້າ​ທີ່​ກໍ່ສ້າງ​ຄືນ​ໃໝ່​ຕ່າງໆ​ເຊັ່ນ, ​ເຮືອນ​ຢູ່​ຂອງ​ຕົວ​ເມືອງ​ແລະ​ຊົນນະບົດ, ການບໍລິ​ການ​ສາທາ​ລະນະ, ພື້ນຖານ​ໂຄງ​ລ່າງ, ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ແລະ​ອື່ນໆ, ​ເຮັດ​ໃຫ້​ເງື່ອນ​ໄຂ​ຜະ​ລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ໃ​ນຂັ້ນ​ພື້ນຖານ​ແລະ​ລະດັບ​ພັດ​ທະນາ​ເສດຖະກິດ​ແລະ​ສັງຄົມຂອງ​ເຂດ​ປະສົບ​ໄພ​ຟື້ນ​ຟູຢ່າງຮອບດ້ານ​ແລະ​ລື່ນ​ກາຍ​ລະດັບ​ກ່ອນ​ໄພ​ດິນ​ພູ​ເຈື່ອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ