ຈີນສະ​ເໜີ4​ມາດ​ຕະການ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດພາກ​ພື້ນ​ຂອງອົງການ​ຮ່ວມ​ມື​ຊຽງ​ໄຮ

(GMT+08:00) 2011-11-06 16:57:17     cri

ວັນ​ທີ4​ພະຈິກ​ນີ້, ທ່ານ​ຫລີ​ຮຸ່ຍ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາຣັດ​ເຊຍ​ກ່າວ​ວ່າ, ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ພາກ​ພື້ນ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮແມ່ນ​ໜ້າ​ທີ່​ສໍາຄັນ​ຂອງ​ກອງ​ປະຊຸມ​ນາຍົກ​ລັດຖະ​ມົນຕີ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ນີ້.

ທ່ານ​ຫລີ​ຮຸ່ຍກ່າວ​ວ່າ, ຈີນ​ສະ​ເໜີ​ວ່າ, ຄວນ​ສືບ​ຕໍ່​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ການ​ລົງທຶນການ​ຄ້າ​ໃນ​ພາກ​ພື້ນ​ເປັນ​ແບບ​ສະດວກ, ​ເລີ່​ມດໍາ​ເນີນການ​ຄົ້ນ​ຄວ້າ​ຮ່ວມ​ຂອງ​ປະ​ເທດ​ສະມາຊິກ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ເວລາ​ເໝາະ​ສົມ​ກ່ຽວ​ກັບ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ. ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ແລະ​ເສດ​ຖະ​ກິດ​ໃນ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ຊັບພະ​ຍາກອນ.ຊອກ​ຫາ​ຊ່ອງ​ທາງ​ລະດົມ​ທຶນ​ໃຫ້​ຫລາຍ​ກວ່າ​ເກົ່າ, ຕັ້ງ​ໜ້າ​ຄົ້ນ​ຄວ້າການ​ສ້າງ​ທະນາ​ຄານ​ພັດ​ທະນາ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ. ຊຸກ​ຍູ້ການ​ແລກປ່ຽນ​ແລະ​ຮ່ວມ​ມືລະຫວ່າງ​ວິ​ສາ​ຫະກິດ​ອຸດສາຫະກໍາ​ການ​ຄ້າ​ໃນ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ