ປີ​ໜ້າ​ຈີນ​ຈະ​ລົງທຶນ 3 ຕື້ 600 ລ້ານ​ຢວນ​ເພື່ອ​ສະ​ໜັບສະ​ໜູນ​ໂຄງການ​ພັດທະນາ​ກະສິຮອບດ້ານ

(GMT+08:00) 2011-11-07 16:32:06     cri
ຫວ່າງ​ມໍ່ໆ​ນີ້​ກະຊວງ​ການ​ເງິນ​ຈີນ​ແຈ້ງ​ຂ່າວ​ວ່າ, ປີ​ໜ້າ​ຈີນ​ຈະ​ລົງທຶນ 3 ຕື້ 600 ລ້ານ​ຢວນ​ເພື່ອ​ສະ​ໜັບສະ​ໜູນ​ໂຄງການ​ພັດທະນາ​ກະສິກຳ​ຮອບດ້ານ.

​ງົບປະມານ​ຈຳນວນ​ນີ້​ຕົ້ນຕໍ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ແຫຼ່ງຜະລິດກະສິກຳ​ທີ່​ມີ​ສະມັດ​ຕະພາບ​ສູງ, ​ແຫຼ່ງລ້ຽງ​ສັດ​ນ້ຳ, ສະໜັບສະໜູນ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ​ແລະ​ໂຄງການທີ່ຮັບ​ໃຊ້​ວຽກ​ງານກະສິກຳ, ສ້າງ​ເງື່ອນ​ໄຂ​ໃນ​ການ​ເລັ່ງລັດ​ພັດທະນາ​ກະສິກຳ​ທັນ​ສະ​ໄໝ, ຊຸກຍູ້​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມຢ່າງ​ຕໍ່​ເນື່ອງ.

ຕາມ​ຕົວ​ເລກ​ສະຖິຕິ, ​ແຕ່​ປີ 2006 ຫາ​ປີ 2010, ​ໂດຍ​ຜ່ານການ​ສະໜັບສະໜູນ​ໂຄງການ​ພັດທະນາ​ກະສິກຳ​ຮອບດ້ານ, ຈີນ​ໄດ້​ສ້າງ​ແຫຼ່ງຜະລິດຜະລິດກະສິກຳ​ທີ່​ມີ​ສະມັດ​ຕະພາບ​ສູງ 2 ​ແສນ 6 ໝື່ນ​ກວ່າ​ເຮັກຕາ, ​ແລະ​ແຫຼ່ງລ້ຽງ​ປາປະ​ມານ 3 ໝື່ນ​ເຮັກຕາ, ​ເຮັດ​ໃຫ້ຊາວ​ກະສິກອນ 22 ລ້ານ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ໃນ​ທຸກ​ປີ, ​​ແລະ​ເຮັດ​ໃຫ້​ຊາວ​ກະສິກອນມີ​ລາຍ​ໄດ້​ສະ​ເລ່ຍ​ເພີ່ມ​ຂຶ້ນ 500 ຢວນຕໍ່​ຫົວ​ຄົນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ