ທູດ​ພິ​ເສດ​ອົງການ​ທ່ອງ​ທ່ຽວ​ໂລກ​ຄາດ​ຄະ​ເນ​ວ່າ​ປີ2020ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ຈຸດ​ໝາຍ​ປາຍທາງ​ໃນການ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ

(GMT+08:00) 2011-11-07 15:54:34     cri
ວັນ​ທີ6ພະຈິກ​ນີ້, ຢູ່​ແຂວງ​ກວາງຕຸ້ງ​ທາງ​ພາກ​ໃຕ້​ຈີນ, ທ່ານ​ປີ​ເຕີ ​ໂຈ​ດານ, ທູດ​ພິ​ເສດ​ອົງການ​ທ່ອງ​ທ່ຽວ​ໂລກ​ກ່າວ​ວ່າ, ປີ2020ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ຈຸດໝາຍ​ປາຍ​ທາງ​ໃນການ​ທ່ອງທ່ຽວ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ.

ທ່ານ​ໂຈ​ດານ​ກ່າວ​ຄວາມ​ເວົ້າ​ດັ່ງກ່າວ​ໃນ​ງານ​ວັດທະນະທຳ​ການທ່ອງທ່ຽວ​ສາກົນ​ກວາງຕຸ້ງ2011.

ໃນ​ງານ​ວັດທະ​ນະທຳ​ການທ່ອງ​ທ່ຽວ​ຄັ້ງ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ປີ2010​ຜ່ານ​ມາ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ຢູ່​ຈີນ​ມີ​​ເກືອບ​1600ຕື້​ຢວນ, ນັກ​ທ່ອງ​ທ່ຽວທີ່​ເຂົ້າ​ພັກຢູ່​ຈີນ​ມີ​ເຖິງ55​ລ້ານ6​ແສນ6​ໝື່ນ​ເທື່ອ​ຄົນ, ​ແລະ​ມີ​ນັກ​ທ່ອງ​ທ່ຽວຈີນ ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ57ລ້ານ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ