ງານ​ແລກ​ປ່ຽນ​ຊັບພະ​ຍາກອນ​ມະ​ນຸດ​ສາກົນ​ຄັ້ງ​ທີ10​ອັດລົງ ຕົກ​ລົງ​ສັນຍາ​ເຈດ​ຕະນາ​ການ​ຮ່ວມ​ມື1500​ກວ່າ​ສະບັບ

(GMT+08:00) 2011-11-07 15:57:30     cri
ວັນ​ທີ6​ພະຈິກ​ນີ້, ງານ​ແລກປ່ຽນ​ຊັບພະ​ຍາກອນ​ມະນຸດ​ສາກົນ​ຄັ້ງ​ທີ10ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ່ນ​ເຈີ້ນ​ຈີນ​ໄດ້​ອັດ​ລົງ​ແລ້ວ. ​ໃນ​ໄລຍະ​ຈັດ​ງານ, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ມີ1​ແສນ1ໝື່ນ​ກວ່າ​ຄົນ, ​ແຂວງ​ແລະ​ນະຄອນ​ຕ່າງໆ​ໄດ້​ຕົກ​ລົງ​ສັນຍາ​ເຈດ​ຕະນາ​ຮ່ວມື​ໂຄງການ​ນຳ​ເຂົ້າ​ປັນຍາ​ຊົນ​1500ກວ່າ​ສະບັບ.

ງານ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ອົງການ​ວິຊາ​ການ​ແລະ​ອົງການ​ປະ​ເພດ​ຕ່າງໆ​ລວມ​3000ກວ່າ​ແຫ່ງ​ຈາກ​70ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ, ຜູ້​ແທນ​ຕ່າງປະ​ເທດ2000ກວ່າ​ຄົນ,​ຜູ້​ແທນ​ວິຊາ​ການ​6000​ກວ່າ​ຄົນ​ຂອງ​ລະບົບ​ຊັບພະ​ຍາກອນ​ມະນຸດ​ແລະ​ຊ່ຽວ​ຊານ​ຕ່າງປະ​ເທດ​ຂອງ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ. ​ໃນ​ຂົງ​ເຂດ​ແລກປ່ຽນ​ປັນຍາ​ຊົນ, ​ເຊັ່ນ, ນຳ​ເຂົ້າ​ຊ່ຽວ​ຊານ​ຕ່າງປະ​ເທດ​ແລະ​ສົ່ງ​ບຸກ​ຄະລາ​ກອນ​ໄປ​ອົບຮົມ​ຢູ່​ຕ່າງປະ​ເທດ​ເປັນ​ຕົ້ນ, ​ໄດ້​ຊັນ​ສັນຍາ​ແລະ​ຕົກລົງ​ຈະ​ຮ່ວມ​ມື​ກັນ1279ສະບັບ, ​ໃນ​ນັ້ນ​ນຳ​ເຂົ້າ​ຊ່ຽວ​ຊານ​ຕ່າງປະ​ເທດ775​ສະບັບ, ສົ່ງ​ບຸກຄະ​ລາກອນ​ໄປ​ອົບຮົມ​360ສະບັບ, ປະ​ເພດ​ອື່ນ​144ສະບັບ.

ບໍລິ​ສັດ​ຂະໜາດ​ໃຫຍ່​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ເຊິ່ງລວມທັງ​ເລັນ​ໂນ​ໂວ​ແລະ​ເອ​ໂມ​ຊັນ​ເປັນ​ຕົ້ນ, ລວມ​410​ກວ່າ​ແຫ່ງ​ຮັບ​ສະໝັກ​ບຸກ​ຄະລາ​ກອນ​ໃນ​ງານ​ຄັ້ງ​ນີ້,​ເຊິ່ງສ້າງ​ຕຳ​ແໜ່ງ​ງານ​ໃນລະດັບ​ສູງ​10.166​ຕຳ​ແໜ່ງ. ອີງ​ຕາມ​ສະຖິ​ຕິ​ທີ່​ບໍ່​ທັນ​ຄົບ​ຖ້ວນ, ມີ​6000​ກວ່າ​ຕຳ​ແໜ່​ງ​ໄດ້​ຕົກລົງ​ກັນ​ກັບ​ທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ