ອົງການ​ຮ່ວມ​ມື​ຊຽງ​ໄຮ​ປະກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດ​ທະນາ​ສັນ​ຕິພາບ​ຂອງ​ພາກ​ພື້ນ

(GMT+08:00) 2011-11-07 16:55:54     cri
ກອງ​ປະຊຸມ​ຄັ້ງ​ທີ10ຂອງ​ສະພາ​ມົນຕີ​ຫົວ​ໜ້າ​ລັດຖະບານ​ປະ​ເທດ​ສະມາ​ຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້ຈັດ​ຂຶ້ນ​ຢູ່​ແຊງປີ​ເຕີບ​ວກ​ແຫ່ງ​ຣັດ​ເຊຍ​ໃນ​ວັນ​ທີ7ພະຈິກ​ນີ້. ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ກຳນົດ​ພື້ນຖານ​ແຫ່ງ​ການ​ຮ່ວມ​ມື​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໃນ10ປີ​ຂ້າງ​ໜ້າ​ນີ້, ມີ​ຄວາມ​ໝາຍອັນ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ອົງ​ການ​ດັ່ງກ່າວ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ຊຸກ​ຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ນີ້.

ອົງການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນຢູ່​ນະຄອນ​ຊຽງ​ໄຮ​ຈີນ​ໃນວັນ​ທີ15ມິຖຸນາ​ປີ2001, ປະ​ເທດ​ສະມາ​ຊິກ​ລວມ​ມີ​ຈີນ, ຣັດ​ເຊຍ, ກາ​ຊັກ​ສະຖານ, ກຽກ​ກີ​ສະຖານ, ຕາ​ຊີ​ກີ​ສະຖານ​ແລະ​ອຸສ​ເບ​ກີ​ສະຖານ.

ໃນ10ປີ​ທີ່​ຜ່ານ​ມາ, ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້ຍຶດ​ໝັ້ນ​ການ​ຮ່ວມ​ມື​ດ້ານຄວາມ​ປອດ​ໄພ, ​ເສດ​ຖະກິດ, ​ແລະ​ວັດ​ທະນະ​ທຳ​ເປັນ​ບັນຫາ​ຕົ້ນຕໍ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ທີ່​ບໍ່​ສາມາດຫາ​ອັນ​ອື່ນມາ​ປ່ຽນ​ແທນໄດ້​ໃນ​ການຕໍ່ຕ້ານ"ລັດທິ​ກໍ່​ການ​ຮ້າຍ, ລັດ​​ທິ​ແບ່ງ​ແຍກ​ດິນ​ແດນ, ລັດທິ​ຫົວ​ຮຸນ​ແຮງ", ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະນາ​ເສດ​ຖະກິດ​ພາ​ກພື້ນ, ຊຸກ​ຍູ້​ໄມຕີ​ຈິດ​ມິດ​ຕະພາບ​ລະ​ຫວ່າງ​ປະ​ເທດ​ສະມາຊິກ, ​ແລະຮັກສາ​ຄວາມ​ໝັ້ນ​ຄົງ​ໃນ​ສັງ​ຄົມຂອງ​ປະ​ເທດ​ສະ​ມາຊິກ, ​ເຊິ່ງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ແລະ​ຄຳຍ້ອງ​ຍໍຈາກ​ປະຊາ​ຄົມ​ໂລກ.

ອົງການ​ຮ່ວມ​ມື​ຊຽງ​ໄຮ​ປະຕິບັດ​ນ້ຳ​ໃຈຊຽງ​ໄຮ​ຕໍ່​ວົງ​ການ​ພາຍ​ໃນ, ຄື"​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ເໝີ​ພາບ, ປຶກສາ​ຫາລື​ກັນ, ​ເຄົາລົບ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ, ສະ​ແຫວ​ງຫາ​ການ​ພັດທະນາ​ຮ່ວມ​ກັນ", ທັງ​ປະ​ຕິ​ບັດ​ຫຼັກການ​ເປີດ​ປະຕູ​ທີ່​ບໍ່​ຮ່ວມ​ກຸ່ມ, ບໍ່​ແນ​ໃສ່​ປະ​ເທດ​ແລະ​​ເຂດ​ແຄວ້ນ​ອື່ນ. ຄຽງ​ຄູ່​ກັບ​ບົດບາດ, ຖາ​ນະ​ແລະ​ອິດ​ທິພົນ​ຂອງ​ຕົນທີ່​ນັບ​ມື້​ນັບ​ສູງ​ຂຶ້ນ, ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ​ຈາກ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ກໍ່​ໄດ້​ຮັບ​ຄວາມ​ຢືນຢັນ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ອົງການ​ດັ່ງກ່າວຍັງ​ໄດ້​ຮັບ​ຮອງເອົາ​ມົງ​ໂກ​ລີ, ປາ​ກິ​ສະ​ຖານ, ອີ​ຣານ​ແລະ​ອິນ​ເດຍ​ເຂົ້າ​ເປັນ​ຜູ້​ສັງ​ເກດ​ການ, ​ໄດ້​ຮັບ​ຮອງ​ຖານະ​ເປັນ​ຜູ້​ສັງ​ເກດ​ການ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະ​ຊາ​ຊາດ, ​ໄດ້​ສ້າງ​ການ​ພົວພັນຮ່ວມ​ມື​ກັບ​ສະພາ​ເສດຖະກິດ​ແລະ​ສັງຄົມ​ສະຫະ​ປະຊາ​ຊາດ, ອາ​ຊຽນ, ກຸ່ມ​ປະ​ເທດ​ເອ​ກະ​ລາດ, ​ແລະ​ອົງ​ການ​ສັນຍາ​ຄວາມ​ປອດ​ໄພ​ຮ່ວມ​ຂອງ​ກຸ່ມ​ປະ​ເທດ​ເອກະ​ລາດດັ່ງ​ນີ້​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ