ການສະ​ແດງ​ເຄື່ອງນຸ່ງ​ຫົ່ມ​ຂອງຊົນ​ເຜົ່າຕ່າງໆຢູ່​ອາ​ເມ​ລິ​ກາ

(GMT+08:00) 2011-11-07 16:10:28     cri

ໃນ​ວັນ​ທີ7​ພະ​ຈິກ​ນີ້, ກຸ່ມ​ສະ​ແດງ​ເຄື່ອງ​ນຸ່ງ​ຫົ່ມ​ຊົນ​ເຜົ່າ​ຈີນ "ປະ​ເທດ​ຈີນ​ທີ່​ຫລາກ​ຫລາຍ​ສີສັນ"​ໄດ້​ເລີ່​ມທໍາ​ການສະ​ແດງ​​ເຄື່ອ​ງນຸ່ງ​ຊົນ​ເຜົ່າຢູ່​ອາ​ເມ​ລິ​ກາ​.

ການສະ​ແດງ​ຈະ​ຈັດ​ຂຶ້ນ​ຢູ່​ລັດ​ເວີ​ຈິນ​ເນຍ, ນະຄອນ​ຫລວງ​ວໍ​ຊິງຕັນ, ນິວຢອກ​ເປັນ​ຕົ້ນ, ນີ້ບໍ່​ພຽງແຕ່​ເປັນ​ການສະ​ແດງ​ເຄື່ອງ​ນຸ່ງ​ຫົ່ມ​ໃນ​ຍາມ​ບຸນ​ຂອງ​ຊົນ​​ເຜົ່າ​ໜ້ອຍ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ເປັນ​ການ​ແນະ​ນໍາບຸນ​ປະ​ເພ​ນີທີ່​ເປັນ​ເອກ​ະ​ລັກ​ວັດ​ທະນະ​ທໍາ​ຂອງ56​ຊົນ​ເຜົ່າ​ຂອງ​ຈີນ​ທີ່​ສະ​ແດງ​ອອກດ້ວຍຮູບ​ຖ່າ​ຍ​ເຖິງ200​ແຜ່ນ​.

ກຸ່ມ​ສະ​ແດງ​ນີ້, ມີ​ພະນັກງານ​ແລະ​ນັກສະ​ແດງທັງ​ໝົດ48​ຄົນຈາກ15​ຊົນ​ເຜົ່າ, ​ໃນ​ນັ້ນ, ມີ​ທັງນັກສະ​ແດງ​ອາຊີບ, ​ແລະນັກສະ​ແດງ​ສະ​ໝັກ​ຫລິ້ນ, ​ເຂົາ​ເຈົ້າ​ຈະ​ໃຫ້​ມີ​ສ່ວນ​ຮ່ວມ​ກັບ​ຜູ້​ຊົມ​ອາ​ເມ​ລິ​ກາ, ສໍາຜັດ​ກັບ​ບັນ​ຍາ​ກາດ​ໃນ​ງານບຸນ​ສໍາຄັນ​ທາງ​ປະເພນີຂອງ​ຊົນ​ເຜົ່າ​ໜ້ອຍ​ຈີນ.

ໃນ​ໄລຍະ​ກິດຈະ​ກໍາ​ສະ​ແດງ​ເທື່ອ​ນີ້, ສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວ​ຍັງ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ດໍາລົງ​ຊີວິດ​ຢູ່ກັບ​ຄອບ​ຄົວຄົນ​ອາ​ເມ​ລິ​ກາ​ທີ່ມີ​ວັດທະນະ​ທໍາ​ແຕກ​ຕ່າງ​ກັນ​ເປັນ5​ວັນ. 

 ກິດຈະ​ກໍາ​ສະ​ແດງ​ເທື່ອ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ20​ພະຈິກ​ນີ້.ກຸ່ມ​ສະ​ແດງ​ເຄື່ອງນຸ່ງຫົ່ມ​ຂອງ​ຊົນ​ເຜົ່າຕ່າງໆ​ໃນ​ຈີນ "ປະ​ເທດ​ຈີນ​ທີ່​ຫລາກ​ຫລາຍ​ສີສັນ"​ເຄີຍ​ໄປ​ສະ​ແດງ​ຢູ່10​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ, ຝະຣັ່ງ,ຍີ່ປຸ່ນ, ກາ​ນາ​ດາ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ