ອຸ​ລັງ​ຄະທາ​ດບັນຈຸ​ແຂ້ວ​ຂອງ​ພະພຸດທະ​ເຈົ້າ​ຈາກ​ຈີນ​ໄດ້​ນໍາ​ໄປ​ຮອດ​ມຽນມາ​ເພື່ອ​ສັກ​ກາ​ລະບູຊາ​ແລະປະ​ດິດສະຖານ​ຢູ່​ມຽນມາ​ເປັນ​ເວລາ48​ວັນ

(GMT+08:00) 2011-11-07 16:33:08     cri

ຕາມ​ຂ່າວສານ​ຊິນ​ຮວາ, ພາຍ​ໃຕ້​ການ​ຄຸ້ມ​ຄອງ​ດູ​ແລຂອງ​ພະມະ​ຫາ​ອາຈານ "ຕາ​ເຕີ", ອຸ​ລັງ​ຄະທາ​ດທີ່​ບັນຈຸ​ແຂ້ວຂອງ​ພະພຸດທະ​ເຈົ້າ​ຈາກ​ວັດ​ຫລິງ​ກວ່າ​ງພູ​ຊີ່​ຊ່ານ​ນະ​ຄອນ​ຫລວງ​ປັກ​ກິ່ງຂອງ​ຈີນ​ໄດ້​ນໍາໄປ​ຮອດ​ສະໜາມ​ບິນ​ເນ​ປີດໍຂ​ອງ​ມຽນມາ​ໃນ​ຕອນ​ບ່າຍ​ວັນ​ທີ6​ຕຸລາ​ນີ້, ​ເພື່ອ​ເລີ່ມ​ໃຫ້​ຊາວ​ພຸດທະສາ​ສະ​ນິກະ​ຊົນ​ໃນ​ມຽນມາ​ໄດ້​ທໍາ​ການ​ສັກກາລະ​ບູຊາ​ແລະຈະ​ປະດິດສະຖານ​ຢູ່​ມຽນມາ​ເປັນ​ເວລາ48​ວັນ.

ທ່ານ​ອູ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ​ໄດ້​ນໍາພາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ປະຊາ​ຊົນ​ປະມານ​6000​ຄົນ​ລໍຖ້າ​ຢູ່​ວັດທາດ​ອັບ​ປາ​ຕະສັນຕິ​ເພື່ອ​ຕ້ອນຮັບ​.

ໂດຍ​ຕອບ​ສະໜອງ​ຕາມ​ຄວາ​ມຮຽກຮ້ອງ​ຂອງ​ມຽນມາ, ທາດ​ທີ່​ບັນ​ຈຸ​ແຂ້ວ​ຂອງ​ພະພຸດທະ​ເຈົ້າ​ຈາກ​ຈີນ​ຈະ​ນໍາ​ໄປ​ປະດິດສະຖານ​ຢູ່3​ນະຄອນ​ໃນ​ມຽນມາ,​ເພື່ອ​ໃຫ້​ຊາວ​ພຸດທະ​ສາສະ​ນິກະ​ຊົນ​ໃຫ້​ສັກກາລະ​ບູຊາ​ເຊັ່ນ, ນະຄອນ​ຫລວງ​ເນ​ປີ​ດໍ, ນະຄອນ​ຢ່າງ​ກຸ່ງ​ແລະ​ນະຄອນ​ມັນ​ດາ​ເລ​ແຕ່​ວັນ​ທີ6​ພະຈິກ​ນີ້​ຫາ​ວັນ​ທີ24​ທັນວາ​ໜ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ