ສົບ​ຂອງ​ລູກ​ເຮືອ​ຈີນ​11​ຄົນ​ທີ່​ເສຍ​ຊີ​ວິດ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​ນັ້ນ​ຖືກ​ເຜົາ​ຢູ່​ໄທ

(GMT+08:00) 2011-11-07 19:04:36     cri
ວັນ​ທີ7​ພະຈິກ​ນີ້,ພາກສ່ວນ​ຖະ​ແຫຼງຂ່າວ​ຂອງ​ອົງການ​ປົກຄອງ​ແຂວງ​ຢຸນນານ​ອອກ​ປະ​ກາດ​ແຈ້ງ​ການ​ວ່າ,​ໃນ​ລູກ​ເຮືອ​ຈີນ​13​ຄົນ​ທີ່​ຖືກ​ຫຼອນ​ໂຈມ​ຕີ​ແລະ​ເສຍ​ຊີ​ວິດ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ເດືອນ​ຕຸ​ລາ​ແລ້ວ​ນີ້,​ມີ​11​ສົບ​ໄດ້​ຖືກ​ເຜົາ​ຢູ່​ຈັງ​ຫວັດ​ຊຽງ​ຣາຍ​ຂອງ​ໄທ​ໃນ​ວັນ​ທີ​5​ແລະ​ວັນ​ທີ​7​ພະ​ຈິກ​ນີ້,​ສ່ວນ​ຄອບ​ຄົວ​ຂອງ​ຜູ່​ເສຍ​ຊີ​ວິດ​ຈະ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ຄອບ​ຄົວ​ລະ 2​ແສນ​ຢວນ.

ຂ່າວ​ແຈ້ງ​ອີກ​ວ່າ,ກ່ອນ​ການ​ເຜົາ​ສົບ​ສອງ​ເທື່ອ​ລ້ວນ​ແຕ່​ໄດ້​ຈັດ​ພິທີ​ໄວ້ອາ​ໄລ​ຢ່າງ​ເຄັ່ງຂຶມ, ​ໂດຍ​ມີ​ຄອບ​ຄົວ​ຂອງ​ລູກ​ເຮືອ​ທີ່​ເສຍ​ຊີ​ວິດ,​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຈີນ,​ເຈົ້າ​ໜ້າ​ທີ່​ແຂວງ​ຢຸນ​ນານ,​ຜູ່​ແທນ​ສະ​ຖານ​ທູດ​ແລະ​ກົງ​ສູນ​ຈີນ​ປະ​ຈຳ​ໄທ,​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ແລະ​ເຈົ້າ​ໜ້າ​ທີ່​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂອງ​ໄທ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ