ຈີນ​ຈະ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ປະ​ກັນ​ແລະ​ສະ​ມັດ​ຕະ​ພາບ​ການ​ນຳ​ໃຊ້​ຕໍ່​ຜະ​ລິດ​ຕະ​ພັນ​ບໍ່​ແຮ່

(GMT+08:00) 2011-11-07 19:11:52     cri
ວັນ​ທີ6​ພະຈິກ​ນີ້,ກອງ​ປະຊຸມ​ຂະ​ແໜ​ງການ​ບໍ່​ແຮ່​ສາກົນ​ຈີນ​ປີ2011​ໄຂ​ຂຶ້ນ​ຢູ່​ເມືອງ​ທຽນ​ສິນ​ຂອງ​ຈີນ.​ໃນ​ຈົດ​ໝາຍ​ທີ່​ຂຽນ​ໄປ​ຍັງ​ກອງ​ປະ​ຊຸມ,​ທ່ານ​ຫຼີ​ເຄີ້​ຊຽງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ກ່າວ​ວ່າ,​ຈີນ​ຈະ​ຍຶດ​ໝັ້ນ​ອີງ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ພາຍ​ໃນ​ປະ​ເທດ,​ອາ​ໄສ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ເຕັກ​ນິກ​ແລະ​ການ​ປະ​ດິດ​ສ້າງ​ດ້ານ​ລະ​ບົບ​ແລະ​ກົນ​ໄກ,​ເພີ່ມ​ຄວາມ​ສາ​ມາດ​ເຂົ້າ​ໃນ​ວຽກ​ງານ​ສຳ​ຫຼວດ​ບໍ່​ແຮ່​ແລະ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ໂດຍ​ລວມ,​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ຮັບ​ປະ​ກັນ​ແລະ​ສະ​ມັດ​ຕະ​ພາບ​ການ​ນຳ​ໃຊ້​ຕໍ່​ຜະ​ລິດ​ຕະ​ພັນ​ບໍ່​ແຮ່, ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ​ໃນ​ໄລ​ຍະ​ຍາວ​ນານ.​ພ້ອມ​ກັນ​ນັ້ນ,​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຕ່າງ​ຝ່າຍ​ຕ່າງ​ສະ​ໜອງ​ຄວາມ​ສະ​ດວກ​ກັບ​ຂະ​ແໜງ​ການ​ບໍ່​ແຮ່​ສາ​ກົນ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ທາງ​ທີ່ ສ້າງ​ສັນ​​ເພື່ອ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີ​ນ​ໃນ​ຂະ​ແໜງ​ການ​ບໍ່​ແຮ່​ໂລກ.

ກອງ​ປະຊຸມ​ຂະ​ແໜງ​ການ​ບໍ່​ແຮ່​ສາກົນ​ຈີນຈັດ​ຂຶ້ນປີ​ນີ້​ເປັນຄັ້ງທີ13​ແລ້ວ,​ໄດ້​ກາຍ​ເປັນ​ກອງ​ປະຊຸມ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ຂະ​ແໜງ​ການ​ບໍ່​ແຮ່​ຢູ່​ເຂດ​ອາ​ຊີ,​ກໍ່​ແມ່ນ​ໜຶ່ງ​ໃນ​4​ກອງ​ປະ​ຊຸມ​ໃຫຍ່​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່​ສາ​ກົນ,​ແມ່ນ​ເວ​ທີ​ສຳ​ຄັນ​ທີ່​ຂະ​ແໜງ​ການ​ບໍ່​ແຮ່​ຂອງ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ