ແພດ​ສ່ວນ​ຕົວ​ຂອງ​ທ່ານ​ໄມ​ເຄິນ ​ແຈກ​ຊັນ ດາລາ​ຊື່​ດັງ​ໃນວົງ​ການ​ດົນຕີ​ອາ​ເມ​ລິ​ກາ​ຖືກ​ຕັດ​ສິນ​ວ່າ​ມີໂທດ​ສັງ​ຫານ​ຊີ​ວິດ​ຄົນ​ໂດຍ​ບໍ່​ໄດ້​ເຈດ​ຕະ​ນາ

(GMT+08:00) 2011-11-08 16:01:22     cri
ວັນ​ທີ7ພະຈິກ​ນີ້, ຄະນະ​ພິຈາລະ​ນາຄະ​ດີ​ຂອງ​ສານ​​ສູງ​ລັອດສ​ແອ​ງ​ເຈີ​ລິ​ສ​ເຫັນ​ວ່າວ່າ, ​ໂຄນຣັດ ມູ​ເຣ, ​ແພດ​ສ່ວນ​ຕົວ​ຂອງ​ທ່ານ​ໄມ​ເຄິນ ​ແຈກ​ຊັນ, ດາ​ລາ​ຊື່​ດັງ​ໃນ​ວົງ​ການ​ດົນຕີ​ອາ​ເມ​ລິ​ກາ​ຖືກ​ຕັດສິນ​ວ່າ​ມີ​ໂທດ​ສັງຫານ​ຊີວິດ​ຄົນ​ໂດຍ​ບໍ່​ໄດ້​ເຈດ​ຕະນາ.

ຫຼັງ​ຈາກ​ຜູ້​ພິພາກ​ສາ​ປະກາດ​ຄຳ​ຕັດສິນ​ດັ່ງກ່າວ​ແລ້ວ, ມູ​ເຣຖືກ​ຕຳ​ຫຼວດ​ໃສ່​ກະ​ແຈ​ມື​ແລ້ວ​ສົ່ງ​ໄປ​ກັກ​ຕົວ​ຢູ່​ຄຸກ​ເມືອງ​ລັອດສ​ແອ​ງ​ເຈີ​ລິ​ສ. ຜູ້​ພິພາກສາ​ຕັດສິນ​ວ່າ, ຍ້ອນ​ວ່າ​ມູ​ເຣມີ​ໂທດ​ໜັກ​ທີ່​ສັງຫານ​ຊີວິດຄົນ​ໂດຍ​ບໍ່​ໄດ້​ເຈດ​ຕະນາ, ຫ້າມ​ບໍ່​ໃຫ້​ປະ​ກັນ​ຕົວ. ຜູ້​ພິພາກ​ສາຕົກ​ລົງ​ຈະ​ປະກາດ​ຄຳຕັດສິນ​ໃນ​ວັນ​ທີ29ພະຈິກ​ນີ້.

ຄະນະ​ພິຈາ​ລະນາ​ຄະດີ​ທີ່ປະກອບ​ດ້ວຍ​ຜູ້​ພິພາກສາ12ຄົນ​ເຄີຍ​ຈັດການ​ຟັງ​ຄຳ​ໃຫ້ການ​ຫຼັກ​ຖານ​ຂອງ​ພິຍານ​ເປັນ​ເວລາ​6ອາທິດ, ​ແລະ​ປຶກສາ​ຫາລື​ກັນ​ເປັນ​ເວລາ​ເກືອບ9ຊົ່ວ​ໂມງ, ​ໃນ​ທີ່​ສຸດ​ໄດ້​ສະຫຼຸບ​ວ່າ​ມູ​ເຣ​ມີ​ໂທດ​ໜັກ. ​ໃນ​ການ​ສືບສວນ​ຄະດີ​ເປັນ​ເວລາ​6ອາທິດ, ​ໄດ້​ຮຽກ​ພິຍານ49ຄົນ​ມາ​ໃຫ້ການ​ສອບ​ປາກຄຳ.

ອົງການ​ໄອ​ຍະ​ການ​ເຫັນ​ວ່າ, ມູ​ເຣ​ໄດ້​ສັກ​ຢາ​ແຮງ​ເກີນຂະ​ໜາດ​ໃຫ້​ທ່ານ​ແຈັກ​ຊັນ, ​ແລະ​ປະ​ໃຫ້​ທ່ານ​ແຈັກ​ຊັນຢູ່​ເຮືອນ​ຜູ້​ດຽວ​ໂດຍ​ບໍ່​ເອົາ​ຫົວ​ຊາ​ຕໍ່​ຄວາມ​ປອດ​ໄພ​ຂອງ​ເພິ່ນ. ຫຼັງ​ຈາກ​ສັງ​ເກດ​ເຫັນ​ທ່ານ​ແຈັກ​ຊັນ​ຢຸດຕິ​ຫັນ​ໃຈ​ແລ້ວ, ມູ​ເຣບໍ່​​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເພື່ອ​ກອບ​ກູ້​ສຸກ​ເສີນ​ຢ່າງ​ທັນ​ການ, ພ້ອມ​ທັງ​ປິດ​ບັງ​ຄວາມ​ຈິງ​ທີ່​​ໄດ້ສັກ​ຢາ​ຊະນິດ​ນີ້​ໃຫ້​ທ່ານ​ແຈັກ​ຊັນ​ຕໍ່​ແພດ​ຜູ້​ທີ່​ທຳ​ການກອບ​ກູ້​ສຸກ​ເສີນ, ​ເຮັດ​ໃຫ້​ຜິດ​ເວລາ​ກອບ​ກູ້.

ວັນ​ທີ25ມິຖຸນາ​ປີ2009, ທ່ານ​ແຈັກ​ຊັນ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ເຝິກຊ້ອມ​ການສະ​ແດງ​ໃນ​ງານ​ດົນຕີທີ່​ລອນ​ດອນ​ຍ້ອນ​ຫົວ​ໃຈ​ຢຸດ​ເຕັ້ນ, ​ໃນ​ເວລາ​ເສຍ​ຊີວິດ​ແຈັກ​ຊັນ​ມີ​ອາຍຸ​ພຽງ​ແຕ່50ປີ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ