ຮອງ​ນາຍົກ​ຈີນ​ພົບ​ປະ​ກັບ​ລັດ​ຖະມົນ​ຕີ​ວ່າ​ການ​ກະຊວງ​ຊັບພະ​ຍາກອນ​ແລະ​ພະລັງ​ງານ​ຂອງ​ປະ​ເທດ​ຕ່າງໆ

(GMT+08:00) 2011-11-08 17:15:03     cri
ວັນ​ທີ7​ພະຈິກ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ຊຽງ, ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ລັດຖະ​ມົນຕີ​ວ່າການ​ກະຊວງ​ຊັບພະ​ຍາກອນ​ແລະ​ພະລັງງານ​ຂອງ​18ປະ​ເທດ, ​ເຊັ່ນ, ອົສຕຼາລີ, ​ແລະ​ກາ​ນາ​ດາດັ່ງ​ນີ້​ເປັນ​ຕົ້ນ.


ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ປະ​ເທດຕ່າງໆ​ມີ​ທ່າ​ແຮງ​ທາງດ້ານ​ຊັບພະ​ຍາກອນ​ທີ່​ແຕກ​ຕ່າງ​ກັນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເປັນ​ເສັ້ນທາງ​ທີ່​ຕ້ອງ​ເປັນ​ໄປ.


ທ່ານ​ຫຼີ​ເຄີ້ຊຽງ​ໄດ້ມີ​ຂໍ້​ສະ​ເໜີ3ຂໍ້​ກ່ຽວ​ກັບ​ປະຊາ​ຄົມ​ໂລກ​​ໃນ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຊັບພະ​ຍາ​ກອນ​ແລະ​ພະລັງ​ງານ, ຄື, ​ໜຶ່ງ, ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່ມີ​ການ​ປະຕິບັດ​ຕົວ​ຈິງ​ຢ່າງຮອບດ້ານ, ​ເຊັ່ນ, ຂຸດ​ຄົ້ນ, ປຸງ​ແຕ່ງ, ​ເຕັກນິກ, ​ແລະ​ຕະ​ຫຼາດ​, ​ເພີ່ມ​ຄວາມ​ສາມາດ​ຮັບປະກັນ​ດ້ານ​ຊັບພະ​ຍາກ​ອນຂອງ​ໂລກ. 2ມາ, ຄວນ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ມີ​ຄວາມ​ຍຸດຕິ​ທຳ​ແລະ​ບໍ່​ຄວນ​ຈຳ​ແນກ​ໃນ​ການ​ລົງທຶນ​ຕໍ່​ກັນ, ການພັດ​ທະນາ​ຄວນ​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍດ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ​ແລະ​ສຸດ​ທ້າຍ, ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ນຳ​ໃຊ້​ຊັບພະ​ຍາກອນ​ແລະ​ພະ​ລັງງານ​ແບບ​ຍືນ​ຍົງ, ຮ່ວມ​ມື​ພັດທະ​ນາ​ພະລັງງານ​ໃໝ່​ແລະ​ພະລັງງານ​ໝູນ​ວຽນ.

ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ຊັບພະ​ຍາກອນ​ແລະ​ພະລັງງານ​ຂອງ​ປະ​ເທດ​ຕ່າງໆ, ​ເຊັ່ນ, ອົສຕຼາລີ, ກາ​ນາ​ດາ​ແລະ​ອາ​ຟຼິກາ​ໃຕ້​ແລະ​ອື່ນໆ​ໃຫ້​ກ່າວ​ວ່າ, ມີ​ຄວາມຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຊັບ​ພະຍາ​ກອນ​ແລະ​ພະລັງ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ