ປະຈຸ​ບັນ,ຢູ່​ປະ​ເທດຈີນ​ມີ​ຜູ່​ເຖົ້າ​ທີ່​ມີ​ອາຍຸ​ສູງ​ກວ່າ​ຮ້ອຍ​ປີ​​ເຖິງ4​ໝື່ນ8000​ກວ່າ​ຄົນ

(GMT+08:00) 2011-11-08 10:36:37     cri
ສະມາຄົມ​ຜູ່​ເຖົ້າ​ສຶກສາ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ7​ພະຈິກ​ນີ້​ວ່າ, ມາ​ຮອດ​ວັນ​ທີ1​ກໍລະກົດ​ປີ​ນີ້,ຜູ່​ເຖົ້າ​ທີ່​ມີ​ອາຍຸ​ສູງ​ກວ່າ​ຮ້ອຍ​ປີ​ຢູ່​ຈີນ​ມີ​ຈຳນວນ​ຫຼາຍ​ກວ່າ4​ໝື່ນ8000​ຄົນ​ແລ້ວ,​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​2010ຜ່ານ​ມາ​ແລ້ວ​ໄດ້​ເພີ່ມ​ຂຶ້ນ10,7%.

ປະຈຸ​ບັນ,ຜູ່​ເຖົ້າ​ທີ່​ອາຍຸ​ຍືນ​ທີ່​ສຸດ​ຂອງ​ຈີນ​ແມ່ນ​​ແມ່​ເຖົ້າ​ຫົວ​ເມີຍ​​ເຈິ່ນ ຄົນ​ເຜົ່າ​ຢ້າວ ອາຍຸ126​ປີ ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ.ສ່ວນຄູ່​ຜົວ​ເມຍ​ຄົນ​ເຜົ່າ​ຮ້ານ​ຂອງ​ແຂວງ​ກຸ້ຍ​ໂຈ່​ວຄື​ພໍ່​ເຖົ້າ​ຢາງ​​ເຊິ້ງຈົ່ງ​ແລະ​ແມ່​ເຖົ້າ​ຢາງ​ຈິ່ນຊື້ ທີ່​ອາຍຸ​ລວມກັນ​ແລ້ວ​ມີ213​ປີນັ້ນ​ເປັນ​ຄູ່​ຜົວ​ເມຍ​ທີ່​ອາຍຸ​ຍືນ​ທີ່​ສຸດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ