ໃນ5​ປີ​ຕໍ່ໜ້າຈີນ​ມີ​ແຜນຜະລິດ​ເຫລັກ​ກ້າຢູ່ຕ່າງປະ​ເທດ​ໃຫ້​ເພີ່ມຂຶ້ນອີກ ຫລາຍ​ກວ່າ100​ລ້ານ​ໂຕນ

(GMT+08:00) 2011-11-08 16:06:40     cri

​ວັນ​ທີ7​ພະ​ຈິກ​ນີ້, ກະຊວງ​ອຸດສາຫະກໍາ​ແລະ​ເຕັກໂນ​ໂລຊີຂໍ້​ມູນ​ຂ່າວ​ສານຈີນ​ໄດ້ປະກາດ​ແຜກ​ນານ​ພັດທະ​ນາ​ອຸດສາຫະ​ກໍາ​ເຫລັກ​ກ້າວ່າ: ​ໃນ5​ປີ​ຕໍ່ໜ້າຈີນມີ​ແຜນຈະ​ຜະລິດ​ແຮ່​ເຫລັກຢູ່​ຕ່າງປະເທດ​ໃຫ້ເພີ່ມຂຶ້ນອີກ ຫລາຍ​ກວ່າ100ລ້ານໂຕນ.

ໃນແຜນ​ການລະບຸວ່າ, ຈະຕັ້ງໜ້າ​ປັບປຸງຈັດ​ສັນ​ຊັບພະຍາກອນ​ບໍ່​ເຫລັກທົ່ວ​ໂລກ​, ສົ່ງ​ເສີມ​ວິ​ສາ​ຫະກິດ​ເຫລັກ​ກ້າ​ຂອງ​ຈີນ​ສ້າງ​ກົນ​ໄກ​ໃນ​ການ​ພັດ​ທະ​ນາ​ຊັບພະຍາກອນຮ່ວມ​ກັບ​ຕ່າງປະ​ເທດດ້ວຍ​ການ​ແບ່ງ​ປັນ​ຜົນ​ປະ​ໂຫຍດກັບ​ປະ​ເທດ​ທີ່​ໄປ​ລົງ​ທຶນ, ​ແລະ​ຈະ​ໄປ​ລົງທຶນ​ຢູ່​ພາກ​ພື້ນ​ໃຫ້​ຫລາຍ​ກວ່າ​ເກົ່າ. ສ້າງ​ແຫ​ລ່ງອໍາ​ນວຍ​ເຊື້ອ​ໄຟ​ແລະລະບົບ​ຮັບປະກັນ​ການຂົນ​ສົ່ງ​ທີ່​ໝັ້ນ​ຄົງ​ແລະ​ໜ້າ​ເຊື່ອ​ຖືຢູ່ປະ​ເທດ​ແລະພາກ​ພື້ນທີ່​ມີ​ທ່າ​ແຮງທາງ​ດ້ານ​ຊັບພະ​ຍາກອນ​ແລະ​ປະ​ເທດທີ່​ຢູ່​ອ້ອມ​ຂ້າງ.

ຕາມ​ການ​ຄາດ​ຄະ​ເນ​ຂອງ​ແຜນ​ການ, ຄວາມ​ຕ້ອງ​ການ​ຂອງ​ການ​ພັດທະນາ​ເສດ​ຖະ​ກິດ​ຕໍ່​ຂະ​ແໜງ​ເຫລັກ​ກ້າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຈະບັນລຸ​ເຖິງ750​ລ້ານ​ໂຕນ​ໃນ​ປີ2015.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ