ສ້າງ​ຕັ້ງ​"ສູນ​ແລກປ່ຽນ​ມິດຕະພາບຈີນ​ກໍາປູ​ເຈຍ"ຢູ່​ປັກ​ກິ່ງ

(GMT+08:00) 2011-11-08 16:25:01     cri

ຕາມ​ຂ່າວສານ​ຊິນຮວາ, "ສູນ​ແລກປ່ຽນ​ມິດຕະພາບ​ຈີນ​ກໍາປູ​ເຈຍ"​ແຫ່ງ​ທໍາ​ອິດ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ7​ພະຈິກ​ນີ້ຢູ່​ຕາ​ແສງ​ຊາງ​ຢາງ​ເຂດ​ຟັງ​ຊ່ານ​ນະຄອນ​ຫລວງ​ປັກ​ກິ່ງ.ທ່ານ​ນາງ​ກູ້​ຊ້ຽວ​ລຽນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບຈີນ​ກໍາ​ປູ​ເຈຍ, ສົມ​​ເດັດຣາຊະ​ກຸ​ມາລີ​ໂນ​ໂລ​ດົມ ບຸບຜາ​ເດ​ວີ, ທັງ​ເປັນ​ປະ​ທານ​ສະມາ​ຄົມ​ມິດ​ຕະ​ພາບ​ຈີນກໍາປູ​ເຈຍ, ທ່ານ​ລີ​ນຊ່ຽວລີນ, ປະ​ທານ​ສະມາ​ຄົມ​ມິດຕະ​ພາບຕໍ່​ຕ່າງປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້ເຂົ້າ​ຮ່ວມ​ພິທີ​ເປີດ​ສູນ.

ວັນ​ທີ7​ພະຈິກ1971, ລັດຖະບາ​ນຈີນ​ໄດ້​ປ່ຽນຊື່​ຈາກສະ​ທະ​ກອນ​ຊາງ​ຢາງ​ເຂດ​ຟັງ​ຊ່ານ​ເປັນ "ສະ​ທະ​ກອນ​ມິດ​ຕະ​ພາບ​ຈີນ​ກໍາປູ​ເຈຍຊາງ​ຢາງ​ເຂດ​ຟັງ​ຊ່ານ". ​ເພື່ອ​ລະ​ລຶກວັນ​ສ້າງ​ຕັ້ງ"ສະ​ທະ​ກອນ​ມິດຕະ​ພາບ​ຈີນ​ກໍາປູ​ເຈຍ​ຈາງ​ຢາງ​ເຂດ​ຟັງ​ຊ່ານ" ຄົບ​ຮອບ​40​ປີ, ຊຸກ​ຍູ້ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຕະຫລອດ​ໄປ, ຜ່ານ​ການ​ອະ​ນຸຍາດ​ຂອງ​ສະມາຄົມ​ມິດຕະ​ພາບຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ, ຕາ​ແສງ​ຊາງ​ຢາງ​ເຂດ​ຟັງ​ຊ່ານ​ນະຄອນຫລວງ​ປັກ​ກິ່ງ​ໄດ້​ຕົກລົງ​ສ້າງ​ຕັ້ງເປັນ "ສູນ​ແລກປ່ຽນ​ມິດ​ຕະພາບ​ຈີນ​ກໍາປູ​ເຈຍ"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ