ແບບຢ່າງ​ການປູກເຂົ້າ​ພັນ​ປະສົມທີ່​​ໃຫ້​ສະມັດ​ຕະພາບ​ພັນຜະລິດ​ສູງ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຢູ່​ອິນ​ໂດ​ເນ​ເຊຍ

(GMT+08:00) 2011-11-08 17:11:20     cri

ຕາມ​ຂ່າວ​ໜັງ​ສື​ພິມ​ເສດ​ຖະກິດ​ລາຍ​ວັນ: ກອງ​ປະຊຸມ​ກວດ​ຜົນ​ການ​ທົດ​ລອງປູກ​ເຂົ້າ​ພັນ​ປະສົມທີ່​ຜົນ​ຜະລິດ​ສູງ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ຊູ​ລາ​ເວສີໃ​ຕ້ຂອງ​ອິນ​​ໂດ​ເນ​ເຊຍ, ຜົນ​ຈາກ​ການ​ທົດ​ລອງ​ຄັ້ງ​ນີ້​ບັນລຸ​ຫລາຍ​ກວ່າ12​ໂຕນ​ຕໍ່​ເຮັກ​ຕາ, ສູງ​ກວ່າ​ຜົນ​ການຜະລິດ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ບັນລຸ​ພຽງ​ແຕ່5​ໂຕນກວ່າ​ຕໍ່​ເຮັກຕາ. ຜ່ານ​ການ​​ເຂົ້າ​ຊົມ​ແລະ​ການ​ຊິມ, ​ເຈົ້າ​ໜ້າ​ທີ່​ກະສິກໍາ, ວິ​ສາ​ຫະກິດ​ກະສິກໍາ​ແລະ​ຜູ້​ຕາງ​ໜ້າ​ຊາວ​ກະ​ສິ​ກອນ​ຂອງ​​ແຂວງ​ຊູ​ລາ​ເວ​ສີ​ໃຕ້ກໍ​ຫວັງ​ວ່າ​ເຂົ້າ​ພັນ​ປະ​ສົມ​ນີ້​ສາມາດ​ປູກ​ຢູ່​ແຂວງ​ດັ່ງກ່າວ​ໃຫ້​ຫລາຍ​ກວ່າ​ເກົ່າ.

ກິດ​ຈະ​ກໍາ​ເທື່ອ​ນີ້​ແມ່ນ​ວຽກ​ງານ​ນຶ່ງ​ຂອງ "​ໂຄງ​ການ​ຮ່ວມ​ມື​ເຕັກນິກ​ເຂົ້າ​ພັນ​ປະ​ສົມ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ", ​ແມ່ນ​ໜ່ວຍ​ງານ​ໂຄງການ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ແລະ​ພາກ​ສ່ວນ​ປູກ​ຝັງຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ, ຈຸດ​ປະສົງ​ແມ່ນ​ຜ່ານ​ຈາກ​ການ​ທົດ​ລອງ​ປູກ​ເຂົ້າ​ພັນ​ປະສົມ​ທີ່​ໃຫ້​ຜົນ​ຜະ​ລິດ​ສູງໃນ​ຄັ້ງ​ນີ້, ​ຈະ​ເຮັດ​ໃຫ້​ຊາວ​ກະ​ສິກ​ອນ​ຮັບ​ຮູ້ແນວ​ພັນ​ເຂົ້າ​ພັນ​ປະສົມ​ທີ່​ໃຫ້​ຜົນຜະລິດ​ສູງ​ແລະ​ຄຸນ​ນະພາ​ບດີ, ພ້ອມ​ດ້ວຍ​ເຕັກ​ນິກ​ໃນ​ການ​ປູກເຂົ້າ​ພັນ​ປະ​ສົມ​ທີ່​ໃຫ້​ຜົນ​ຜະລິດ​ສູງ, ຊຸກຍູ້ການ​ແຜ່​ຂະຫຍາຍ​ການ​ປູກ​ເຂົ້າ​ພັນ​ປະສົມ​ຢູ່​ອິນ​ໂດ​ເນ​ເຊຍ​ໃຫ້​ຫລາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ