ອົງການ​ຄົ້ນຄວ້າ​ຄາດ​ວ່າ​ໃນ2​ປີ​ຫາ3​ປີ​ຕໍ່​ໜ້າການ​ລົງທຶນ​ຂອງ​ຈີນ​ຢູ່​ຕ່າງປະ​ເທດ​​ຈະ​ໄວ​ຂຶ້ນ

(GMT+08:00) 2011-11-09 16:00:13     cri
ວັນ​ທີ 8 ພະຈິກ​ນີ້, ຫ້ອງການErnst&Young​ເຊິ່ງ​ເປັນ​ຫ້ອງ​ການ​ບັນຊີ​ທີ່​ມີ​ຊື່​ສຽງ​ໃນ​ສາກົນ​ປະກາດ​ການ​ຄາດຄະ​ເນຫຼ້າ​ສຸດ​ຢູ່​ປັກ​ກິ່ງ​ວ່າ, ​​ໃນ2​ປີ​ຫາ3​ປີ​ຕໍ່​ໜ້າການ​ລົງທຶນ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນຈະ​ເພີ່ມ​ຂຶ້ນ 20%ຫາ30% ຕໍ່​ປີ, ​ໃນ​ນັ້ນ​ຕົ້ນຕໍ​ແມ່ນ​ການລົງທຶນ​​ໃນຂະ​ແໜງ​ການ​ປະ​ເພດ​ຊັບພະຍາກອນ.

ຕາມການ​ສະຖິຕິ​ຂອງErnst&Young, ປີ 2010 ການ​ລົງທຶນ​ຕໍ່​ຕ່າງປະ​ເທດ​ໂດຍ​ກົງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 5 ​ໃນ​ໂລກ, ມີ​ເຖິງ 68 ຕື້ 810 ລ້ານ​ໂດ​ລາ, ​ເປັນ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ, ​ເມື່ອທຽບ​ກັບ​ປີ 2009 ​ເພີ່ມ​ຂຶ້ນ 21,7%
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ