ສັບປະດາ​ວັດທະນະທຳການ​ປະມົງ​ຈີນ-ອາ​ຊຽນ 2011 ​ໄຂ​ຂຶ້ນຢູ່​ນະຄອນ​ນານ​ນິງຂອງ​ຈີນ

(GMT+08:00) 2011-11-09 16:11:16     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 8 ພະຈິກ​ນີ້, ສັບປະດາ​ວັດທະນະທຳການ​ປະມົງ​ຈີນ-ອາ​ຊຽນ 2011 ທັງ​ເປັນ​ງ​ານວາງສະ​ແດງ​ຜະລິດ​ຕະພັນ​ສັດ​ແລະ​ສັດ​ນ້ຳ​ດີ​ເດັ່ນ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ, ​​ໃນ​ງານ​ຄັ້ງ​ນີ້, ເຈົ້າ​ໜ້າ​ທີ່​, ນັກວິຊາການ​ທີ່​ມາ​ຈາກ​ພາກສ່ວນ​ກະສິກຳ​ແລະ​ພາກສ່ວນ​ລ້ຽງ​ສັດ​ແລະ​ສັດ​ນ້ຳ​ຈີນ​ອາ​ຊຽນ, ​ເຈົ້າ​ໜ້າ​ທີ່​ກົງສູນ​ໄທ, ຫວຽດນາມ, ມຽນມາ, ກຳປູ​ເຈຍ​, ລາວ​ປະຈຳ​ນະຄອນ​ນານ​ນິງ​ເຂົ້າ​ຮ່ວມ​.

ສັບ​ປະດາວັດທະນະທຳດັ່ງກ່າວ​ມີ​ຫົວ​ຂໍ້ວ່າ" ແລກປ່ຽນການ​ຮ່ວມ​ມື​, ການກະສິກຳ​ປະດິດ​ສ້າງ, ວັດທະນະທຳ​ຕຶກ​ເບັດ, ຕ່ອງ​ໂສ້​ການ​ຜະລິດ" ມີ​ຈຸດປະສົງ​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ທີ່ທັນ​ສະ​ໄໝ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​​ແລະເລັ່ງລັດ​ພັດທະນາ​ຂະ​ແໜງ​ການ​ການ​ປະມົງທີ່​ທັນ​ສະ​ໄໝ​ຂອງ​ເຂດ​ກວາງຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ