ຈີນປະສົບ​ຜົນສຳ​ເລັດ​ໃນ​ການສົ່ງ​ດາວ​ທຽມ​2ດວງ​ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ໜ່ວຍ​ດຽວກັນ​

(GMT+08:00) 2011-11-09 16:08:10     cri
ເວລາ11​ໂມງ​21ນາທີ​ຂອງ​ວັນ​ທີ9ພະຈິກ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ໄທ້​ຢວນ, ​ຈີນໃຊ້​ຈະຫຼວດ​ສົ່ງ​ຍານ"ສາງ​ເຈີ່ນ​ເລກ4 ຂ.", ​ໄດ້​ຍິງສົ່ງ​ດາວ​ທຽມ​ຄວບ​ຄຸມ​ທາງ​ໄກ​ເລກ12, ​ແລະດາວ​ທຽມ"ທ່ຽນ​ຊຸນ"​ເລກ1ດ້ວຍ​ຈະ​ຫຼວດສົ່ງ​ຍານ​ລູກ​ດຽວ​ກັນ​ຂຶ້ນ​ສູ່​ອາ​ວະ​ກາດ​ຢ່າງ​ມີ​ຜົນ​ສຳ​ເລັດ.

ວັນ​ທີ9ພະຈິກ​ນີ້, ຊ່ຽວຊານ​ທາງ​ດ້ານການ​ບິນ​ອາ​ວະ​ກາດ​ຂອງສູນ​ສົ່ງ​ດາວ​ທຽມ​ໄທ້​ຢວນຈີນ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ, ປະຈຸ​ບັນ, ດາວ​ທຽມ​ຄວບ​ຄຸມ​ທາງ​ໄກ​ທີ່​ພວມ​ເຄື່ອນ​ທີ່​ຕາມວົງ​ໂຄຈອນ​​, ລ້ວນ​ແຕ່​ເປັນ​ດາວ​ທຽມ​ເຄື່ອນ​ທີ່​ຕາມ​ວົງ​ໂຄຈອນ​ຂອງ​ດວງ​ຕາ​ເວັນ, ຄວາມ​ສູງ​ຂອງວົງ​ໂຄຈອນ​ແມ່ນ​ຢູ່​ລະຫວ່າງ​400​ຮອດ​500ກິ​ໂລ​ແມັດ. ດາວ​ທຽມ​ເຫຼົ່າ​ນີ້​ປະສານ​ສົມ​ທົບ​ກັນ, ພວມ​ພັດ​ທະ​ນາ​ເປັນ​ເຄືອ​ຂ່າຍ​ການ​ບໍລິ​ການ​ທີ່​ຄົບ​ຖ້ວນ, ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ຄົ້ນຄວ້າ​ວິທະ​ຍາ​ສາດ​ເຕັກ​ນິກ​ການບິນ​ອາ​ວະ​ກາດ, ຍົກ​ສູງ​ຄຸນ​ນະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ, ​ແລະ​ອື່ນໆ. ​ໂດຍສະ​ເພາະ​ໃນ​ການ​ກູ້​ໄພ​ທຳ​ມະ​ຊາດທີ່​ໜັກ​ໜ່ວງ, ​ເຊັ່ນ​ເຫດແຜ່ນ​ດິນ​ໄຫວຢູ່​ເວິ້ນ​ຊ່ວນ​ເປັນ​ຕົ້ນ, ພ້ອມ​ທັງ​ສະໜອງ​ຂໍ້​ມູນ​ຂ່າວ​ສານ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ບັນຊາ​ການ​ທາງ​ໜ້າດິນ, ການ​ກູ້​ໄພ, ກວດ​ສອບ​ສະພາບ​ໄພພິ​ບັດ, ການ​ສ້າງ​ສາ​ຄືນ​ໃໝ່, ດັ່ງ​ນີ້​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ