ຈີນ​ອາ​ເມ​ລິ​ກາ​ຮ່ວມ​ມື​ໃນ​ອົງການ​APEC​ແມ່ນມີ​ຄວາມ​ໝາຍ​ອັນ​ສຳຄັນ​ຫຼາຍ

(GMT+08:00) 2011-11-09 16:33:11     cri
ກອງ​ປະຊຸມສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງອົງ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊິ​ຟິກ ຫຼືAPECທີ່ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ12​ແລະ13ພະຈິກ​ນີ້​ຢູ່​ທີ່ຮາ​ວາຍ​ແຫ່ງ​ອາ​ເມ​ລິ​ກາ. ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ, ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ໃນ​ກອງ​ປະຊຸມ​ສຸດ​ຍອດ​APECຄັ້ງ​ນີ້.

ອົງການ​APEC​ເປັນ​ອົງການ​ຮ່ວມມື​ເສດຖະ​ກິດ​ລະດັບ​ສູງ​ສຸດ, ມີ​ບົດບາດ​ຫຼາຍ​ທີ່​ສຸດ​ແລະ​ມີ​ກົນ​ໄກ​ຄົບ​ຖ້ວນ​ທີ່​ສຸດ​ຢູ່​ພາກ​ພື້ນ​ອາຊີ​ປາຊິ​ຟິກ, ​ໄດ້​ເຊື່ອມ​ຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ຢູ່​ສອງ​ຝັ່ງ​ມະຫາ​ສະ​ໝຸດ​ປາຊີ​ຟິກ​ໃຫ້​ມີ​ການ​ພົວ​ພັນ​ກັນ​ຢ່າງ​ໃກ້ຊິດ. ​ໃນ​ນັ້ນ, ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ເປັນ​ຜູ້ຕາງໜ້າ​ອົງ​ກອນ​ເສດ​ຖະກິດ​ທີ່​ພັດ​ທະນາ​ແລ້ວ, ສ່ວນ​ຈີນ​ກໍ່​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະນາ​ໃຫຍ່​ທີ່​ສຸດ​ແລະ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ຈະ​ເລີ​ນ​ໃໝ່. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ໂມ​ນີຄາ ​ວຣາ​ເລ, ປະ​ທານ​ຄະນະ​ຈັດ​ຕັ້ງ​ອົງການ​APECຮາ​ວາຍ​ກ່າວ​ວ່າ, ຈີນ, ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ຮ່ວມ​ມື​ກັນ​ຢູ່​ຮາ​ວາຍ​ມີ​ຄວາມ​ສຳຄັນ​ຫຼາຍ​.

ພາຍຫຼັງ​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ສາກົນ​ໃນ​ປີ2008​ເປັນ​ຕົ້ນ​ມາ, ອົງການ​APEC​​ໄດ້​ສຸມ​ໃສ່​ການ​ຊຸ​ຍູ້​ເສດ​ຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ, ​ຈັດ​ວາງ​ຍຸດ​ທະ​ສາດ​​ໃໝ່​ແລະ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ. ນາງ​ວຣາ​ເລ​ເຫັນ​ວ່າ, ​ໃນ​ເປົ້າ​ໝາຍ​ເຫຼົ່າ​ນີ້, ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ໂອກາດ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ. ນາງ​ກ່າວ​ວ່າ, ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນ​ຂົງ​ເຂດ​ເສດຖະກິດ​ສີຂຽວ, ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ; ພ້ອມ​ທັງ​ໃນ​ຫົວ​ຂໍ້​ທີ່​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ, ສ້າງ​ພື້ນຖານ​ໃຫ້​ແກ່​ແຜນການ​ໄລຍະ​ຍາວ​​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຢູ່​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກ, ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ຫຼັງ​ຈາກ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ.

ຕາມ​ທີ່​ຮູ້​ແລ້ວ​ວ່າ, ​ໃນ​ການ​ພັດທະ​ນາ​ເສດຖະ​ກິດ, ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຈຳນວນ​ໜຶ່ງ, ​ເຊັ່ນ, ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນ, ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າ, ​ແລະ​ອື່ນໆ. ທ່ານ​ມີ​ເຊັນ ​ກຼິນ, ນັກວິ​ຊາ​ການ​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາກົນ​ອາ​ເມ​ລິ​ກາທັງ​ເປັນ​ທີ່​ປຶກສາ​ລະດັບ​ສູງ​ດ້ານ​ວຽກ​ງານ​ອາຊີ​ຂອງ​ທ່ານ​ຈັອຈ ບຸ​ສ, ອະດີດ​ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ອົງການAPECບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດທະ​ນາ​ເສດ​ຖະກິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ສະ​ຖຽນ​ລະ​ພາບ​ຢູ່​ອາຊີ. ທ່ານ​ກຼິນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ແລະ​ຈີນ​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນຫຼາຍ​ປານ​ໃດ​ໃນAPEC,​ຊຶ່ງສ່ວນ​ຫຼາຍ​ແມ່ນ​ການ​ຮ່ວມ​ມື​ກັນ. ພ້ອມ​ກັນ​ນັ້ນ, ຜູ້​ນຳ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ການ​ຮ່ວມ​ມື​ໃນAPEC​ກໍ່​ສະ​ແດງ​ທ່າ​ທີ​ຕໍ່​ອາ​ເມ​ລິ​ກາ​ວ່າ, ລັດຖະບານ​ຈີນ​ບໍ່ໄດ້​ສະ​ແຫວງຫາ​ການ​ຮ່ວມ​ກຸ່ມ​ຢູ່​ໃນ​ອາ​ຊີ, ​ແຕ່​ໄດ້ຈັດ​ເອົາ​ອາ​ເມ​ລິ​ກາ​ເຂົ້າ​ໃນ​ຂອບອາຊີ​ປາຊິ​ຟິກ. ສະນ້ນ​ທ່າ​ທີ​ອັນ​ຕັ້ງໜ້າ​ຂອງ​ຈີນ​ໃນAPEC​ສະ​ແດງ​ໃຫ້​ເຫັນ​ວ່າ, ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາສາ​ມາດ​ຮ່ວມ​ມື​ກັນ​ໄດ້​ຢູ່​ໃນອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ