ຈີນ​ສົ່ງຍານ​ສຳ​ຫຼວດ​ດາວ​ອັງ​ຄານ"ອີງ​ໂຮວ​ເລກ1"​ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ຂອງ​ຣັດ​ເຊຍ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-09 15:56:12     cri
ເວລາ4ໂມງ16ນາທີຕອນ​ຂ້ອນ​ແຈ້ງຂອງ​ວັນ​ທີ9​ພະຈິກ​ປີ2011ນີ້​ຕາມ​ເວລາ​ປັກ​ກິ່ງ,ຍານ​ສຳ​ຫຼວດດາວ​ອັງຄານ"ອີງ​ໂຮ​ວ​ເລກ1"ຂອງ​ຈີນທີ່​ບັນຈຸ​ໄວ້​ໃນ​ຍານ​ສຳ​ຫຼວດ"​ໂຟ​ໂບສ ກຼານທ໌"ຂອງຣັດ​ເຊຍ​ໄດ້ ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ດ້ວຍ​ຈະ​ຫຼວ​ດສົ່ງ​ຍານ"​ເຊ​ນິດ"​ຂອງ​ຣັດ​ເຊຍ​ຢູ່​ສູນ​ອະວະກາດ​ບາຍ​ໂຄ​ນູວຂອງ​ກາ​ຊັກ​ສະຖານ.​ເວລາ​ຕໍ່​ມາ,ຍານ​ສຳ​ຫຼວດກັບ​ໄດ້ແຍກ​ອອກຈາກ​ຈະ​ຫຼວດສົ່ງ​ຍານ​ແລ້ວ​ເຂົ້າ​ສູ່​ວົງ​ໂຄຈອນ​ທີ່​​ໄດ້ກຳນົດ​ໄວ້​ລ່ວງ​ໜ້າ.

ແຜນການ​ສຳ​ຫຼວດດາວ​ອັງຄານ​ເທື່ອ​ນີ້​​ເປັນ​ໂຄງການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ກັບ​ຣັດ​ເຊຍ.​ເປົ້າ​ໝາຍ​ຕົ້ນຕໍ​ໃນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຂອງ​ຍານ​ສຳ​ຫຼວດ"ອີງ​ໂຮ​ວ​ເລກ1"​ແມ່ນ​ສະໜາມ​ແມ່​ເຫຼັກ​ອະວະກາດ​ຂອງ​ດາວ​ອັງຄານ,ຊັ້ນ​ອີ​ອົງ​ນີຊາ​ຊົງ​ແລະ​ກົດ​ເກນ​ການ​ປ່ຽນ​ແປງດ້ານ​ການ​ແຈກ​ຢາຍ​ຂອງ​ອະນຸ​ພາກ​ຫຼືparticle,ພ້ອມ​ດ້ວຍຄວາມ​ໄວ​ໃນ​ການ​ແຜ່ຜາຍ​ຂອງ​ອີ​ອົງ​ອາກາດ​ຢູ່​ດາວ​ອັງຄານ.ນອກ​ນັ້ນ,ຍານ"ອີງ​ໂຮ​ວ​ເລກ1"ຍັງ​ຈະ​ສຳ​ຫຼວດພູມ​ສັນຖານ,ພາຍຸ​ຂີ້​ຊາຍ​ຂອງ​ດາວ​ອັງຄານ​ແລະ​ສະໜາມ​ແຮງ​ດຶງ​ດູດ​ຈາກ​ໜ່ວຍ​ໂລກ​ທີ່​ໃກ້​ກັບ​ເສັ້ນ​ສູນ​ສູດ​ຂອງ​ດາວ​ອັງຄານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ