ຈີນ​ກັບ​ADBຄົ້ນຄວ້າ​ທິດ​ທາງ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ໃນ​ອະ​ນາ​ຄົດ

(GMT+08:00) 2011-11-09 16:23:37     cri
ຕາມ​ຂ່າວສານຊິນ​ຮວາ,ກອງ​ປະຊຸມ​ສຳ​ມະ​ນາ​ລະດັບ​ສູງ"​ເວ​ທີຮ່ວມ​ກັນ​ຊົມ​ໃຊ້​ຄວາມ​ຮູ້ຈີນ-ທະນາຄານADB"ຄັ້ງ​ທີ3​ພາຍ​ໃຕ້​ຫົວ​ຂໍ້"ການ​ພັດທະນາ​ຂອງ​ກະສິກຳ​ແລະ​ຊົນນະບົດ​"ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ8​ພະຈິກ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ.

ທ່ານ​ເຈີ້​ງສ້ຽວ​ສົ່ງ ຫົວໜ້າ​ກົມ​ສາກົນ​ກະຊວງ​ການ​ເງິນ​ຈີນ​ກ່າວ​ຢູ່​ທີ່ປະຊຸມ​ວ່າ,ຈີນ​ຍິນ​ດີ​ຮ່ວມ​ກັນ​ຊົມ​ໃຊ້​ບົດຮຽນ​ໃນ​ການ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ​ກັບປະ​ເທດ​ຕ່າງໆ​ໃນ​ອາຊີ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ຮູ້​ໃຕ້ໆ,ຊຸກ​ຍູ້​ວຽກ​ງານກະສິກຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ໃຫ້ມີ​ການ​ພັດທະນາ​ແລະຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນຊົນນະບົດ​ໃຫ້​ສູງ​ຂຶ້ນ.

ທະນາຄານ​ພັດທະນາ​ອາຊີ​ຫຼືADBກ່າວ​ວ່າ,ອາຊີ​ມີ​ປະຊາກອນ​ທີ່​ກວມ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງປະຊາກອນ​ທົ່ວ​ໂລກ,ລາຄາ​ສະ​ບຽງ​ອາ​ຫານ​ຂອງ​ອາຊີ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ຄວາມ​ປອດ​ໄພ​ດ້ານ​ສະບຽງອາຫານ​ນັບ​ມື້​ນັບ​ໜ້າ​ເປັນ​ຫ່ວງ​ຫຼາຍ.ຄວາມ​ຕ້ອງການ​ດ້ານ​ສະ​ບຽງ​ອາ​ຫານ​ນັບ​ມື້ນັບ​ເພີ່ມ​ຂຶ້ນ​ເລື້ອຍໆ,ການ​ຜະລິດ​ວັດຖຸ​ເຊື້ອ​​ໄຟ​ຊີວະ​ພາບ,ການ​ຜະລິດ​ສານໃຍພືດ​ໄດ້​ພາ​ໃຫ້​ເກີດ​ມີ​ການ​ແກ່ງ​ແຍ່ງ​ກັນທາງ​ດ້ານ​ຊັບ​ພະ​ຍາ​ກອນ​ກະສິກຳ,ການ​ຂະ​ຫຍາຍຕົວ​ຂອງ​ຕົວ​ເມືອງ​ໄດ້​ກວມ​ຍຶດທີ່​ດິນ​ປູກຝັງ,ຕົ້ນ​ທຶນ​ໃນ​ການ​ຜະ​ລິດ​ພະ​ລັງ​ງານ​ແລະ​ຝຸ່ນ​ວິ​ທະ​ຍາສາດ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ນຳ​ເອົາ​ສິ່ງ​ທ້າ​ທາຍ​ມາ​ໃຫ້ການ​ຍົກ​ສູງ​ປະສິດທິພາບ​ໃນ​ການ​ລົງທຶນ​ທາງ​ດ້ານ​ກະສິກຳ.

ປີ2009,ກະຊວງ​ການ​ເງິນ​ຈີນ​ແລະ​ທະນາຄານ​ພັດທະນາ​ອາຊີ​ໄດ້​ຮ່ວມ​ກັນ​ສ້າງ​ເວທີ​ຮ່ວມ​ກັນ​ຊົມ​ໃຊ້​ຄວາມ​ຮູ້ຈີນ-ທະ​ນາ​ຄານ​ADB,​ໂດຍ​ປິ່ນ​ອ້ອມ​ບັນ​ຫາ​ການ​ພັດທະນາ​ແລະ​ບັນຫາ​ຈຸດ​ສຸມ​ທີ່​ປະ​ເທດ​ພວມ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກສົນ​ໃຈ​ຮ່ວມ​ກັນ​​,ດຳ​ເນີນ​ການ​ແລ​ກປ່ຽນບົດຮຽນ​ທາງ​ດ້ານ​ນະ​ໂຍບາຍ.

ນອກຈາກ​ຈີນ​ແລ້ວ,ປະ​ເທດ​ສະມາຊິກ​ທີ່​ພວມ​ພັ​ດທະ​ນາ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ຍັງ​ມີ​ກຳປູ​ເຈຍ,ຫວຽດນາມ,ອິນ​ໂດ​ເນ​ເຊຍ,​ໄທ,ລາວ​,ມຽນມາ,ອິນ​ເດຍ,ປາ​ກີ​ສະຖານ,ບັງ​ກຼາ​ເດັດ,ມົງ​ໂກ​ລີ,​ເນ​ປານ​ແລະສີ​ລັງກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ