ບໍລິສັດ​ຈົ່ງຫຼຽງຮ່ວມ​ມື​ກັບ​ໂຄງການ​ການບິນ​ອະວະກາດ​ຈີນ ​ເພື່ອ​ເລັ່ງລັດ​ຂະ​ບວນການ​ຫັນ​ເຕັກນິກ​ການບິນ​ອະວະກາດ​ນຳ​ມາ​ໃຊ້​ໃນ​ທາງ​ພົນ​ລະ​ເຮືອນ

(GMT+08:00) 2011-11-09 15:41:38     cri
ວັນ​ທີ8​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ບໍລິສັດ​ຈົ່ງຫຼຽງ ທີ່​ເປັນ​ກຸ່ມບໍລິສັດ​ຂາ​ເຂົ້າຂາ​ອອກ​ນ້ຳມັນ​ແລະ​ອາຫານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໄດ້​ເຊັນ​ສັນຍາ​ກັບກອງ​ທຶນດການບິນ​ອະວະກາດ​ຈີນ, ​​ເລີ່​ມການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​​ເປັນ​ເວລາ10​ປີ​ຢ່າງ​ເປັນ​ທາງ​ການ.

ອີງ​ຕາມ​ສັນຍາ, ​ໄດ້​ກຳນົດ​ໃຫ້​ນ້ຳມັນ​ປະສົມ​ຝູຫຼິນ​​ເໝິນຂອງ​ບໍລິສັດ​ຈົ່ງ​ຫຼຽງເປັນ​ຜະລິດ​ຕະພັນ​ການບິນ​ອະວະກາດ. ພ້ອມ​ກັນ​ນັ້ນ, ບໍລິສັດ​ຈົ່ງ​ຫຼຽງຍັງ​ໄດ້​ເປີດ​ເຜີຍ​6ຍຸດ​ທະ​ສາດ​ຮ່ວມ​ມື​ທາງດ້ານ​ການບິນ​ອະວະກາດ, ​ໃນ​ດ້ານ​ຄົ້ນຄວ້າ​ພັດທະນາ, ​ໂຄງການ​ປັບປຸງ​ແນວ​ພັນ​ອະວະກາດ​ຈະ​ນຳ​ເອົາແນວ​ພັນ​ເຂົ້າຂອງ​ບໍລິສັດ​ຈົ່ງ​ຫຼຽງຂຶ້ນ​ສູ່​ອະວະກາດ, ​ເພື່ອ​ຄົ້ນຄວ້າ​ປັບປຸງແນວ​ພັນ​ໃໝ່.

ນັກວິ​ເຄາະ​ເຫັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງບໍລິສັດ​ຈົ່ງ​ຫຼຽງກັບ​ໂຄງການການບິນ​ອະວະກາດ​ຈີນ, ຈະ​​​ເປັນ​ການເລັ່ງລັດ​​ຫັນ​ເຕັກນິກ​ອະວະກາດ​ມາ​ຮັບໃຊ້​ທາງ​ພົນລະ​ເຮື​ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ