ຈີນຈະ​ສືບ​ຕໍ່​ສະກັດ​ກັ້ນ​ແລະ​ປາບ​ປາມ​ຂະ​ບວນ​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ການ​ຜະລິດ​ຈຳໜ່າຍ​ສິນຄ້າ​ປອມ

(GMT+08:00) 2011-11-10 16:15:39     cri
ວັນ​ທີ9​ພະຈິກ​ນີ້, ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄະນະ​ລັດຖະ​ບານ. ກອງ​ປະຊຸມ​ສະ​ເໜີ​ອອກ​ມາ​ວ່າ, ຈະ​ສືບ​ຕໍ່​ສະກັດ​ກັ້ນ​ແລະ​ປາບ​ປາມ​ຂະ​ບວນ​​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ການ​ຜະລິດ​ຈຳ​ໜ່າຍ​ສິນ​ຄ້າ​ປອມ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ​ແຕ່​ເດືອນ​ຕຸລາ​ປີ2010​ຜ່ານ​ມາຮ​ອດ​ເດືອນ​ມິຖຸນາປີ​ນີ້, ລັດຖະບານ​ຈີນ​ໄດ້​ຈັດ​ຕັ້ງ​ໜ່ວຍ​ສະ​ເພາະ​ກິດ​ເພື່ອ​ເຄື່ອນ​ໄຫວ​ຕໍ່ຕ້ານ​ແລະ​ປາບ​ປາມ​ຂະ​ບວນ​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ການ​ຜະລິດ​ຈຳ​ໜ່າຍ​ສິນຄ້າ​ປອມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ແລະ​ໄດ້​ຮັບ​ປະສິດທິ​ຜົນ​ອັນ​ພົ້ນ​ເດັ່ນ.

ກອງ​ປະຊຸມ​ກ່າວ​ເນັ້ນ​ວ່າ, ປະຈຸ​ບັນ​ຢູ່​ບາງ​ບ່ອນ,ບາງ​ຂົງ​ເຂດ​ຍັງ​ມີ​ບັນຫາ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ສິນຄ້າ​ປອມທີ່​ບໍ່​ມີຄຸນ​ນະພາ​ບ, ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ, ​ເພີ່ມ​ການ​ລົງ​ໂທດ​ທາງ​ອາຍາ. ​ໂດຍສະ​ເພາະ​ແມ່ນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ພົ້ນ​ເດັ່ນ​ທາງ​ດ້ານ​ສະບຽງ​ອາ​ຫານ, ຢາ​ປົວ​ພະຍາດ, ​ເຄື່ອງ​ສຳອາງ, ​ແລະ​ຂົງ​ເຂດ​ສິດ​ປະພັນ, ​ກາ​ໝາຍ​ການ​ຄ້າ​ແລະ​ລິ​ຂະ​ສິດ​ເປັນ​ຕົ້ນ, ​ເພີ່ມ​ທະວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຜະລິດ​ແລະ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເຄັ່ງ​ຄັດ, ປັບ​ປຸງ​ການ​ຄ້າ​ທາງ​ອິນ​ເຕີ​ເນັດ​ແລະ​ລະບຽບ​ການ​ທຸລະ​ກິດ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ. ພ້ອມ​ກັນ​ນັ້ນ, ​ເສີມ​ຂະ​ຫຍາຍ​ບົດບາດ​ໃນ​ການ​ຕິດ​ຕາມ​ຂອງ​ສັງຄົມ, ສົ່ງ​ເສີມ​ໃຫ້​ປະ​ຊາຊົນ​ໃນ​ສັງຄົມ​ແຈ້ງ​ການ​ກະທຳ​ທີ່​ລະ​ເມີດ​ສິດ​ແລະ​ຜະລິດ​ຈຳ​ໜ່າຍ​ສິນ​ຄ້າ​ປອມ​ທີ່​ບໍ່​ມີຄຸນ​ນະພາບ, ​ແລະ​ປັບປຸງ​ກົດ​ໝາຍ, ກົດລະ​ບຽບ​ແລະ​ຂໍ້​ກຳນົດ​ໃນ​ການ​ຕ້ານ​ການລະ​ເມີດ​ສິດ​ແລະ​ຜະລິດ​ຈຳໜ່າຍ​ສິນຄ້າ​ປອມ​ໃຫ້​ຄົບ​ຖ້ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ