ທ່ານ​ຫູ​ຈິນ​ທ່າວ​ເດີນທາງ​ຈາກ​ປັກ​ກິ່ງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​APECຢູ່​ອາ​ເມ​ລິ​ກາ

(GMT+08:00) 2011-11-10 17:14:05     cri
ໂດຍ​ອີງ​ຕາມຄຳ​ເຊີນ​ຂອງທ່ານ​ບາຣັກ ​ໂອ​ບາ​ມາ, ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ, ວັນ​ທີ10​ພະຈິກ​ນີ້, ທ່ານ​ຫູ​ຈິນ​ທ່າວ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ຈາກ​ນະຄອນ​ຫຼວງ​ປັກ​ກິ່ງ​ໄປ​ຮາ​ວາຍ​ຂອງ​ອາມ​ເລິ​ກາ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດ​ຖະກິດ​ອາຊີ​ປາຊິ​ຟິກຫຼື​APEC​ຄັ້ງ​ທີ19ທີ່ຈະ​ຈັດ​ຂຶ້ນ​ໃນ​ເວລາ​ອັນ​ໃກ້ໆ​ນີ້.

ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​APEC​ຄັ້ງ​ທີ19ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ12ຫາ​13ພະຈິກ​ນີ້​ຢູ່​ເມືອງ​ໂຮ​ໂນ​ລູລູ​ລັດ​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ. ກອງ​ປະຊຸມ​ມີ​ຫົວ​ຂໍ້​ຫຼັກ​ວ່າ"​ເສດຖະກິດ​ພາກ​ພື້ນ​ທີ່​ພົວພັນ​ກັນ​ຢ່າງ​ໃກ້ຊິດ", ຈະ​ສຸມ​ໃສ່​ຫາລື​ຫົວ​ຂໍ້​ຕ່າງໆ, ​ເຊັ່ນ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ​ເສດຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ, ການ​ເຕີບ​ໂຕ​ແບບ​ບໍ່​ມີ​ມົນ​ລະ​ພິດ, ຄວາມ​ປອດ​ໄພ​ດ້ານ​ພະລັງ​ງານ, ການ​ຮ່ວມ​ມື​ດ້ານ​ລະບຽບ​ການ, ​ດັ່ງ​ນີ້​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ