ໄພ​ນ້ຳ​ຖ້ວມ​ຢູ່​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈະ​ກະ​ທົບ​ກະ​ເທືອນ​ເຖິງ​ຕະ​ຫຼາດ​ເຂົ້າ​ສາ​ກົນ

(GMT+08:00) 2011-11-10 15:44:41     cri
ໄພ​ນ້ຳ​ຖ້ວມຢູ່​ຫຼາຍ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແກ່ຍາວ​ມາ​ເປັນ​ເວລາ​ຫຼາຍ​ເດືອນ ​ແຕ່​ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ຢ່າງ​ສິ້ນ​ເຊີງ​ເທື່ອ,ບາງ​ປະ​ເທດ​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ຮັບ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ກະສິກຳ​ຢ່າງ​ໜັກໜ່ວງຊຶ່ງ​ໄດ້​ສົ່ງ​ຜົນ​ສະທ້ອນ​ໃນ​ທາງ​ລົບ​ຕໍ່​ລາຄາ​ສະ​ບຽງອາຫານ,ຊຶ່ງ​ປະຈຸ​ບັນ​ນີ້​ສິ່ງພົ້ນ​ເດັ່ນ​ທີ່​ສຸດ​ກໍ່​ແມ່ນ​ລາຄາ​ຂອງ​ສະບຽງ​ອາຫານ​ຕົ້ນຕໍ​​​ແລະ​ລາຄາ​ເຂົ້າ​ທີ່​ເປັນ​ສິນຄ້າ​ສົ່ງ​ອອກ​ສຳຄັນ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ເລີ່​ມຖີບຕົວ​ສູງ​ຂຶ້ນ. ​ຜູ່​ຊ່ຽວຊານ​ເຫັນ​ວ່າ,​ໄພ​ນ້ຳ​ຖ້ວມ​​ທີ່​ເກີດ​ຂຶ້ນ​ເປັນ​ບໍລິ​ເວນ​ກວ້າງ​ຂວາງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ອາດ​ຈະ​ພາ​ໃຫ້​ບາງ​ເຂດ​ແຄວ້ນ​ຂາດ​​ແຄນສະບຽງ​ອາຫານ​ໃນ​ລະດູ​ການ​ໃດ​ໜຶ່ງ,ພ້ອມ​ກັນ​ນັ້ນ,ກໍ່​ຈະ​ກະທົບກະ​ເທືອ​ນ​ເຖິງ​ຕະຫຼາດ​ເຂົ້າ​ສາກົນ​ໃນ​ລະດັບ​ໃດ​ໜຶ່ງພາຍ​ໃນ​ປີ​ນີ້​ແລະ​ປີໜ້າ.

ຕາມ​ສະຖິຕິຫຼ້າ​ສຸດ​ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ຫຼື​ຟາ​ວ​ແຈ້ງວ່າ,ມາ​ຮອດ​ປະຈຸ​ບັນ,​ໄພ​ນ້ຳ​ຖ້ວມ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່​ກະສິກຳ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,​ເຄື່ອງ​ປູກ​ຂອງ​ຝັງ​ຊຶ່ງ​ລວມທັງ​ເຂົ້າ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກໜ່ວງ​ທີ່​ສຸດ​ໃນ​​ເນື້ອ​ທີ່​ກວ້າງຂວາງ,​ໃນ​ນັ້ນ,​ເນື້ອ​ທີ່​ນາຂອງ​ໄທ​ມີ​ປະມານ12,5%​ໄດ້​ຮັບ​ຜົນ​ເສຍ​ຫາຍ,ຟີ​ລິບ​ປິນມີປະມານ6%,ກຳປູ​ເຈຍ​ປະມານ12%,ລາວ​ປະມານ7,5%,​ຫວຽດ​ນາມ​ປະ​ມານ​0,4%,​ນ້ຳ​ຖ້ວມ​ຍັງ​ໄດ້​ໄຫຼຊຸຫຼື​ຖ້ວມ​ສາງ​ເຂົ້າ​ຈຳ​ນວນ​ຫຼວງ​ຫຼາຍ,​ຕົວ​ຢ່າງ​ວ່າ,​ຢູ່​ຟີ​ລິບ​ປິນ​ມີ​ເຂົ້າສານ​​ເກືອບ6​ແສນ​ໂຕນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ,​ເທົ່າ​ກັບ​ປະ​ລິ​ມານ​ທີ່​ສາ​ມາດ​ກຸ້ມ​ກິນ​ໃນ​ທົ່ວ​ປະ​ເທດ​ໄດ້17​ມື້.ພ້ອມ​ດຽວ​ກັນ​ນັ້ນ,ລາຄາ​ເຂົ້າຂອງ​ກຳປູ​ເຈຍ,​ຫວຽດ​ນາມ​ແລະ​ໄທ​ເລີ່​ມ​ແພງ​ຂຶ້ນ,​ໃນ​ນັ້ນ,ລາຄາ​ເຂົ້າພາຍ​ໃນ​ປະ​ເທດ​ກຳປູ​ເຈຍ​ຄາດ​ວ່າ​ອາດ​ຈະ​ເພີ່ມ​ຂຶ້ນ​ເຖິງ50%.

ເພື່ອ​ເຮັດ​ໃຫ້​ລາຄາ​ສິນຄ້າ​​ແລະ​ຕະຫຼາດ​ມີ​ຄວາມ​ໝັ້ນ​ທ່ຽງ,ຮັບປະກັນ​ການ​ຕອບ​ສະໜອງ​ສະບຽງ​ອາຫານ,ປະ​ເທດ​ທີ່​ກ່ຽວຂ້ອງ​​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຂະນະ​ທີ່​ຕ້ານ​ໄພ​ແລະ​ກູ້​ໄພ​ຢ່າງ​ຕັ້ງໜ້າ​ນັ້ນ​ຍັງ​ພາກັນ​ໃຊ້​ມາດ​ຕະການອັນ​ເໝາະ​ສົມ​ເພື່ອ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະຫຼາດ​ເຂົ້າ​ພາຍ​ໃນ​ປະ​ເທດ,​ໃນ​ນັ້ນ,ລັດ​ຖະບານ​ກຳປູ​ເຈຍ​ເລີ່​ມ​ເປີດ​ຮ້ານ​ຄ້າ​ຢູ່​ຕົວ​ເມືອງ​ໃຫຍ່​ແລະ​ຕົວ​ເມືອງລະດັບ​ກາງ​ຈຳນວນ​ໜຶ່ງ​ເພື່ອ​ຈຳໜ່າຍ​ເຂົ້າ​ໃຫ້​ປະຊາຊົນ​ດ້ວຍ​ລາຄາ​ທີ່​ຕ່ຳ​ກວ່າ​ລາຄາ​ໃນ​ຕະຫຼາດ.ລັດຖະບານ​ໃໝ່​ຂອງ​ໄທ​ກໍ່​ໄດ້​ກຳນົດ​ລາ​ຄາ​ໃນ​ການ​ເກັບ​ຊື້​ເຂົ້າ​ແລະ​ມີ​ແຜນ​ຈະ​ເກັບ​ຊື້​ເຂົ້າ​ເປືອກ​ນຳ​ຊາວ​ກະ​ສິກ​ອນດ້ວຍ​ລາຄາ​ສູງ​ສົມ​ຄວນ​ເລີ່​ມ​ແຕ່​ເດືອນ​ນີ້​ເປັນ​ຕົ້ນ​ໄປ.

ເປັນ​ເວລາ​ດົນ​ນານ​ມາ​ແລ້ວ,ອາຊີ​ແມ່ນ​ແຫຼ່ງຜະ​ລິດ​ແລະ​ບໍລິ​ໂພ​ກ​ເຂົ້າ​ທີ່​ສຳຄັນ​ຂອງ​ໂລກ,​ປະລິມານ​ການ​ບໍລິ​ໂພ​ກ​ເຂົ້າ​ໃນ​ແຕ່ລະ​ປີ​ໄດ້​ກວມ87%ຂອງ​ໂລກ,ພ້ອມ​ດຽວ​ກັນ​ນັ້ນ,ອາຊີ​ກໍ່​ແມ່ນ​ບ່ອນ​ສົ່ງ​ອອກ​ເຂົ້າ​ທີ່​ສຳຄັນ​ຂອງ​ໂລກ,​ໃນນັ້ນ,​ໄທ​ເປັນ​ປະ​ເທດ​ສົ່ງ​ອອກ​​ເຂົ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ,ຊຶ່ງມີ​ປະລິມານ​ການ​ສົ່ງ​ອອກ​ສູງ​ເຖິງ9​ລ້ານ​ໂຕນ​ຕໍ່​ປີ.

ເມື່ອພິຈາລະນາ​ເຖິງ​ຜົນ​ເສຍ​ຫາຍ​ໂດຍ​ກົງ​ຂອງ​ຂົງ​ເຂດ​ກະສິກຳ​​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ພ້ອມ​ດ້ວຍ​ການ​ຜະລິດ​ສະບຽງ​ອາຫານ​ຕາມ​ລະດູ​ການ,ຜູ່​ຊ່ຽວຊານ​ເຫັນ​ວ່າ,ປີ​ນີ້​ແລະ​ປີໜ້າ,ນອກຈາກ​ບາງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ອາດ​ຈະ​ປະສົບ​ໄພຄຸກ​ຄາມ​ຈາກ​ການ​ຂາດ​​ແຄນ​ເຂົ້າ​ແລ້ວ,ປະລິມານ​ການ​ຕອບ​ສະໜອງ​ເຂົ້າ​ໃນ​ຕະຫຼາດ​ສາ​ກົນ​ກໍ່​ຈະ​ຫຼຸດ​ໜ້ອຍ​ລົງ​ໃນ​ລະດັບ​ໃດ​ໜຶ່ງ,ລາ​ຄາ​ເຂົ້າ​ກໍ່​ຈະ​ສູງ​ຂຶ້ນ.ນີ້​ບໍ່​ພຽງ​ແຕ່​ຈະ​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເທົ່າ​ນັ້ນ, ອາດ​ຈະ​ນຳ​ເອົາ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ອັນ​ໃໝ່​ມາ​ໃຫ້​ຕະ​ຫຼາດ​ສະ​ບຽງ​ອາຫານ​ທົ່ວ​ໂລກ​ອີ​ກ​ດ້ວຍ.​ສະ​ນັ້ນ,​ນອກ​ຈາກ​ຕ້ານ​ໄພ​ແລະ​ກູ້​ໄພ​ຢ່າງ​ຕັ້ງ​ໜ້າ​ແລ້ວ,ປະ​ເທດ​ຂອງ​ພາກ​ພື້ນ​ນີ້​ພ້ອມ​ດ້ວຍ​ປະຊາ​ຄົມ​ໂລກ​ຄວນ​ມີການ​ກະກຽມ​ໂດຍ​ໄວ​ເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ປີ​ນີ້​ແລະ​ປີໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ