​ເດືອນ​ຕຸລາ​ຂອງ​ປີ2011​​ຈີນ​ໄດ້ປຽບ​ດຸນ​ການ​ຄ້າ​ປະມານ 17ຕື້​ໂດ​ລາ​ຫຼຸດ​ລົງ36,5%

(GMT+08:00) 2011-11-10 16:58:33     cri
ວັນ​ທີ10ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ຂອງກົມດ່ານ​ພາສີ​ຂອງ​ຈີນ​ໄດ້​ລາຍ​ງານຕົວ​ເລກ​ສະຖິຕິ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດືອນ​ຕຸລາ​ຂອງ​ປີ​ນີ້,ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ປະມານ 17ຕື້​ໂດ​ລາ,ຫຼຸດ​ລົງ 36,5%.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດືອນ​ຕຸລາ​ຂອງ​ປີ​ນີ້,ຍອດ​ມູນ​ຄ່າສິນຄ້າ​ຂາ​ເຂົ້າຂາ​ອອກຂອງ​ຈີນ​ມີ​ປະມານ 297ຕື້9ຮ້ອຍ​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ21%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ນັ້ນ,ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ມີ​ປະມານ 157ຕື້5ຮ້ອຍ​ລ້ານ​ໂດ​ລາ. ນອກ​ນີ້, ​10​ເດືອນຂອງ​ປີ​ນີ້,​ລວມຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ບັນລຸ​ເຖິງ2ພັນ9ຮ້ອຍ80ຕື້​ໂດ​ລາ,​ເພີ່ມ​ຂຶ້ນ24%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ