ກອງ​ປະຊຸມສະ​​​ໄໝ​ສາມັນ​ຂອງ​ຄະນະ​ລັດຖະບານ​ຈີນ​ໄດ້​ຜ່ານ​ແຜນການ​ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ແຜນການ5​ປີ​ຄັ້ງ​ທີ12​ຂອງ​ຈີນ

(GMT+08:00) 2011-11-10 14:35:14     cri
ວັນ​ທີ9​ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​​ໃນ​ກອງ​ປະຊຸມ​ສະ​​ໄໝສາມັນຂອງ​ຄະນະ​ລັດຖະບານ​ຈີນ, ກອງ​ປະຊຸມ​ໄດ້​ຫາລື​ແລະ​ຜ່ານ​"​ແຜນການ​ດຳ​ເນີນ​ງານກ່ຽວ​ກັບ​ການ​ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ແຜນການພັດທະນາ​ເສດຖະກິດ​ສັງຄົມ5​ປີ​ຄັ້ງ​ທີ12​ຂອງ​ຈີນ", ​ແຜນການ​​​ໄດ້​ກຳນົດ​ຕົວ​ເລກ​ຫຼຸດ​ຜ່ອນ​ການ​ລະບາຍ​ກາກ​ບອນ​ດິອັອກຊິດ​ຂອງ​ທ້ອງຖິ່ນ​ຕ່າງໆ​ຢ່າງ​ຈະ​ແຈ້ງ.

ກອງ​ປະຊຸມ​ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ແລະ​ພາກສ່ວນ​ຕ່າງໆ​ຕ້ອງ​ອີງ​ຕາມ​​​ແຜນການ5​ປີ​ຄັ້ງ​ທີ12​ຂອງ​ຈີນ​ສະ​ເໜີ​ອອກ​ມາ​ວ່າ, ​ໃຫ້​ບັນລຸເປົ້າ​ໝາຍ​ຫຼຸດ​ການ​ລະບາຍ​ກາກ​ບອນ​ດິອັອກຊິດ​ຂອງ​ປີ2015​​ໃຫ້​ໜ້ອຍ​ລົງ17%​ເມື່ອ​ທຽບ​ກັບ​ການ​ລະບາຍ​ໃນ​ປີ2010, ຖື​ເອົາ​ການ​ຕັ້ງໜ້າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຍຸດ​ທະ​ສາດ​ສຳຄັນ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຖື​ເປັນ​ໂອກາດ​ສຳຄັນ​ໃນ​ການ​ເລັ່ງລັດ​ການ​ປ່ຽນ​ແປງ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ, ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ແລະ​ຊຸກ​ຍູ້​ການ​ປະຕິຮູບອຸດສາຫະກຳ​ໃໝ່, ​​ເພື່ອ​ປະຕິບັດ​ໜ້າ​ທີ່​ທຸກ​ຢ່າງ​ໃຫ້​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ