ທ່ານ​ຫູ​ຈິນທ່າວ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຜູ້​ແທນ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ອາ​ເມ​ລິ​ກາ ພ້ອມ​ທັງຍື່ນ​ຂໍ້​ສະ​ເໜີ4ຂໍ້​ກ່ຽວ​ກັບ​ໂອກາດ​ໃນ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ

(GMT+08:00) 2011-11-11 15:07:55     cri
ຕອນ​ບ່າຍ​ວັນ​ທີ10ພະຈິກ​ນີ້, ທ່ານ​ຫູ​ຈິນທ່າວ​, ປະທານ​ປະ​ເທດຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຜູ້​ແທນ​ຈາກ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ອາ​ເມ​ລິ​ກາ​ຢູ່​ຮາ​ວາຍ.


ທ່ານ​ຫູ​ຈິນທ່າວ​ສະ​ເໜີ​ວ່າ, ພາຍ​ໃຕ້​ສະພາບ​ການ​ໃນ​ປະຈຸ​ບັນ, ການ​ພົວພັນ​ເສດ​ຖະ​ກິດ​ການຄ້າ​ຈີນອາ​ເມ​ລິ​ກາ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ທັງ​ມີ​ໂອກາດ​ການ​ພັດ​ທະນາ​ອັນ​ສຳຄັນ. ທ່ານ​ກ່າວ​ວ່າ, ຖ້າຫາກ​ວ່າ​ອາ​ເມ​ລິ​ກາ​ຫຼຸດຜ່ອນ​ການ​ຈຳກັດ​ໃນ​ການ​ສົ່ງ​ອອກ​ເຕັກໂນ​ໂລຊີ​ສູງ​ສູ່​ຈີນ​ໂດຍ​ໄວ, ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຜ່ອນຄາຍ​ຄວາມ​ບໍ່​ດຸນ​ດ່ຽງ​ກັນ​ທາງ​ດ້າການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ເສດ​ຖະກິດ​ແລະ​ການ​ປະກອບ​ອາຊີບ​ຢູ່​ອາ​ເມ​ລິ​ກາ. ຈີນ​ຕີ​ລາຄາ​ຢ່າງຕັ້ງ​ໜ້າ​ຕໍ່​ທ່າ​ທີ​ຂອງ​ລັດຖະ​ບານ​ອາ​ເມ​ລິ​ກາ​ທີ່​ເຫັນ​ດີ​ໃຫ້​ທຸລະ​ກິດ​ຈີນ​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ, ຫວັງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ໃຊ້​ມາດຕະ​ການ​ໃນການ​ປະຕິ​ບັດ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ. ນອກ​ນີ້, ຖ້າວ່າ​ຈີນ​ອາ​ເມ​ລິ​ກາ​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ຕື່ມ​ອີກ​ໃນ​ຂົງ​ເຂດ​ພະລັງ​ງານ​ໃໝ່, ພະລັງງານ​ສະອາດ, ການ​ປະຢັດ​ພະລັງງານ​ທັງ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ, ຢາ​ຊີວະ​ພາບ, ການບິນ​ແລະ​ການ​ບິນ​ອາ​ວະ​ກາດ​ເປັນ​ຕົ້ນ​, ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຈະ​ມີ​ອະນາຄົດ​ອັນ​ກວ້າງ​ຂວາງ.


ໃນ​ເວລາ​ພົບ​ປະ, ທ່ານ​ຫູ​ຈິນທ່າວ​ຍັງໄດ້​ຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ແລະ​ອາ​ເມ​ລິ​ກາ​ຈົ່ງ​ຍຶດ​ໝັ້ນ​ການ​ປຶກ​ສາ​ຫາລື​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ, ປະຕິບັດ​ຕາມ​ກົດເກນ​ຕະຫຼາດ​ແລະ​ກະ​ຕິກາ​ຂອງ​ອົງການ​ການ​ຄ້າ​ໂລກ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ຢ່າງ​ເໝາະ​ສົມ, ບໍ່​ຄວນ​ຫັນປ່ຽນ​ບັນຫາ​ເສດຖະກິດ​ການ​ຄ້າ​ໃຫ້​ເປັນ​ບັນຫາ​ການ​ເມືອງ, ບໍ່​ຄວນ​ປະຕິບັດ​ລັດທິ​ປົກ​ປ້ອງ​ການ​ຄ້າ. ທ່ານ​ຍັງ​ກ່າວ​ເນັ້ນວ່າ, ຈີນ​ມີ​ຄວາມ​ຕັດສິນ​ໃຈ​ສູງ​ໃນການ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເດັດດ່ຽວ​ບໍ່​ປ່ຽນ​ແປງ, ​ໄດ້​ສ້າງລະບົບ​ກົດໝາຍ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ທີ່​ຄົບຖ້ວນ​ສົມຄວນ, ​ໃນ​ຕໍ່ໜ້າ​ນີ້​ວຽກ​ງານ​ຈຸດ​ສຸມ​ແມ່ນ​ເພີ່​ມທະວີ​ການ​ປະຕິບັດ​ກົດໝາຍ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ