ທ່ານ​ເວິ່ນ​ເຈ່ຍ​ປາວ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ

(GMT+08:00) 2011-11-11 16:27:16     cri
ວັນ​ທີ11​ພະຈິກ​ນີ້, ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຮົງ​ເຫຼີຍ, ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໂດຍ​ອີງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຊຸ​ຊີ​ໂລ ບຳບັງ ຢຸ​ໂດ​ໂຢ​ໂນ, ປະທານ​າທິບໍດີ​ອິນ​​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນ​ວຽນ​ອາ​ຊຽນ, ​ແລະ​ທ່ານ​ຊຸນ​ຕານ ຮາ​ຈີ ຮາ​ຊັນ​ນັນ ບົນ​ກີ​ອາ, ປະ​ມຸກ​ລັດ​ບຼູ​ໄນ,ທ່ານ​ເວິ່ນ​ເຈ່ຍ​ປາວ, ນາ​ຍົກ​ລັດຖະ​ມົນຕີ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ້ນຳ​ຈີນ​ອາ​ຊຽນຄັ້ງ​ທີ14​ແລະ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະ​ລຶກ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຄົບ​ຮອບ​20ປີ, ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຄັ້ງ​ທີ14, ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6ທີ່​ຈະ​ຈັດ​ຂຶ້ນແຕ່​ວັນ​ທີ17ຮອດ​ວັນ​ທີ21ພະຈິກ​ນີ້​ຢູ່​ເກາະ​ບາ​ຫຼີ​ແຫ່ງອິນ​ໂດ​ເນ​ເຊຍ, ​ແລະ​ຈະ​ຢ້ຽມຢາມ​ບຼູ​ໄນ​ຢ່າງ​ເປັນ​ທາງ​ການ.

ໃນ​ໄລຍະ​ຢູ່​ອິນ​ໂດ​ເນ​ເຊຍ, ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ​, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ