ຣັດ​ເຊຍ​ສິ້ນ​ສຸດ​ການ​ເຈລະ​ຈາ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະມາຊິກWTO

(GMT+08:00) 2011-11-11 15:50:50     cri
ພາຍຫຼັງ​ໄດ້​ເຈລະຈາ​ດ້ວຍ​ຄວາມ​ຫຍຸ້ງຍາກມາ​ເປັນ​ເວລາ18​ປີ,ໜ່ວຍ​ງານ​ເພື່ອ​ກະກຽມ​ໃຫ້ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO​ໄດ້​ຈັດ​ກອງ​ປະຊຸມ​ເທື່ອ​ສຸດ​ທ້າຍ​ໃນ​ວັນ​ທີ10​ພະຈິກ​ນີ້ຢູ່​ເຊີ​ແນວ​ຂອງ​ສວິສ,ກອງ​ປະຊຸມ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ຮັບ​ຮອງ​ເອກ​ກະ​ສາ​ນ​ສະ​ບັບ​ສຸດ​ທ້າຍ​ຂອງ​ສັນ​ຍາ​ວ່າ​ດ້ວຍການ​ເຂົ້າ​ເປັນ​ສະມາຊິກWTOຂອງຣັດ​ເຊຍ.

ຕາມ​ເອກະສານ​ສະບັບ​ນີ້,​ໂດຍ​ລວມ​ແລ້ວ,ພາສີ​ຂອງຣັດ​ເຊຍຈະ​ຫຼຸດ​ ​ຈາກ10%​ໃນ​ປີ2011​ລົງຮອດ7,8%.ພາຍຫຼັງ​ສັນຍາ​ສະບັບ​ນີ້​ມີ​ຜົນ​ບັງຄັບ​ໃຊ້ແລ້ວ.ຣັດ​ເຊຍ​ມີ​ພັນທະ​ປະຕິບັດ​ພາສີ​ໃໝ່​ຕໍ່​ລາຍການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນຄ້າ​ຈຳນວນ​ຫຼາຍ​ກວ່າ1/3​ໂດຍ​ທັນ​ທີ,​ນອກ​ນີ້, ​ອີກ​1/4ຂອງ​ລາຍ​ການ​ພາສີ​ກໍ່​ຈະ​ດັດ​ປັບ​ຄືນໃໝ່​ຕາມ​ສັນຍາ​ພາຍ​ໃນ3​ປີ.

ພາຍຫຼັງ​ກອງ​ປະຊຸມ,ທ່ານ​ປາສການ ລາ​ມີ ຜູ່​ອຳນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ໄດ້​ແຈ້ງ​ຕໍ່​ສື່​ມວນ​ຊົນ​ວ່າ,ພາຍຫຼັງຣັດ​ເຊຍ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ແລ້ວ,​ອົງ​ການ​ການ​ຄ້າ​ໂລກ​ຈະ​ປົກ​ຄຸມ​ການ​ຄ້າ​ສາກົນ​ເຖິງ​98%,​ຣັດ​ເຊຍ​ແ​ລະ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ໃນ​ປະຈຸ​ບັນ​ພ້ອມ​ດ້ວຍ​ອົງການ​ການ​ຄ້າ​ໂລກ​ກໍ່​ລ້ວນ​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ໄດ້​ອອກ​ປະກາດ​ແຈ້ງ​ການ​ໃນ​ມື້​ດຽວ​ກັນ​​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໜ່ວຍ​ງານ​ອົງການ​ການ​ຄ້າ​ໂລກ​ທີ່​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ໃຫ້​ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ