ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປີໜ້າ​ຂອງ​ຫວຽດນາມ

(GMT+08:00) 2011-11-11 16:00:40     cri
ຕາມໜັງສືພິມ​ໄຊງ່ອນ ຮ່າຍ​ຟອງ ຂອງ​ຫວຽດ​ນາມ​ແຈ້ງ ​ວ່າ: ວັນ​ທີ​9​ພະ​ຈິກ​ນີ້,​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ຜ່ານ​ມະຕິ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຫວຽດ​ນາມ​2012.​ເປົ້າ​ໝາຍ​ລວມທີ່ລະບຸໄວ້​ໃນ​ມະຕິ​ແມ່ນຖື​ການ​ສະກັດ​ກັ້ນ​ໄພ​ເງິນ​ເຟີ້​ເປັນ​ວຽກ​ງານ​ບູລິ​ມະ​ສິດ,ຮັກສາ​ຄວາ​ມໝັ້ນ​ທ່ຽງ​ທາງ​ດ້ານ​ເສດຖະກິດ​ມະຫາ​ພາກ,​ເຮັດໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ສົມ​ເຫດ​ສົມ​ຜົນ,ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ,ປັບປຸງ​ໂຄງ​ປະກອບ​ເສ​ດຖະກິດ,ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິພາບ​ຂອງ​ເສດ​ຖະ​ກິດ​ແລະ​ກຳ​ລັງ​ແກ່ງ​ແຍ່ງ,ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ສະຫວັດດີ​ການ​ທາງ​ສັງຄົມ,​ເດັດດ່ຽວ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ,ປັບປຸງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ,ຮັບປະກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ຄວາມ​ສະ​ຫງົບ​ໃນ​ສັງຄົມ,​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ແລະເຊື່ອມ​ໂຍງ​ເຂົ້າ​ໃນ​ປະຊາ​ຄົມ​ໂລກ.

ຄາດໝາຍ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ2012​ຂອງ​ຫວຽດນາມ​ແມ່ນ​ເຮັດ​ໃຫ້GDP​ເພີ່ມ​ຂຶ້ນ​ປະ​ມານ​6%​ຫາ​6,5%,​ການ​ສົ່ງ​ອອກ​ສິນ​ຄ້າ​ເພີ່ມ​ຂຶ້ນ​13%,​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ດັດ​ຊະ​ນີ​ລາ​ຄາ​ຜູ່​ບໍລິ​ໂພ​ກ​ຫຼື​CPI​ໃຫ້​ຕ່ຳ​ກວ່າ​10%,​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​1​ລ້ານ​6​ແສນ​ຕຳ​ແໜ່​ງ,​ອັດ​ຕາ​ຫວ່າງ​ງານ​ໃນ​ຕົວ​ເມືອງ​ຢູ່​ລະ​ຫວ່າງ​4%,​ຄອບ​ຄົວ​ທີ່​ທຸກ​ຍາກ​ຫຼຸດ​ລົງ2%ຕໍ່​ປີ​ແລະ​ອື່ນໆ.​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້,​ຫວຽດ​ນາມ​ໄດ້​ວາງ​ມາດ​ຕະ​ການ​ອອກ​ມາ​ນຳ​ໃຊ້​ເຖິງ​9​ມາດ​ຕະ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ